
25/10/2018 00:00 -
(ສພຊ) ລະຫວ່າງວັນທີ 20-23 ຕຸລາ 2018, ທີ່ເມືອງວັງວຽງ ແຂວງວຽງຈັນ ກໍາມາທິການກົດໝາຍ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມຍົກລະດັບຄວາມຮູ້ທາງດ້ານກົດໝາຍໃຫ້ແກ່ພະນັກງານ-ລັດຖະກອນ ຂອງສະພາແຫ່ງຊາດ ແລະ ຄົ້ນຄວ້າປຶກສາຫາລືປະກອບຄຳເຫັນໃສ່ຮ່າງມະຕິຂອງຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ໂດຍການເປັນປະທານຂອງທ່ານ ສາຍທອງ ແກ້ວດວງດີ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ ເຂົ້າຮ່ວມມີບັນດາທ່ານຮອງປະທານກຳມາທິການ, ຫົວໜ້າ-ຮອງຫົວໜ້າກົມ, ສູນຄົ້ນຄວ້າ, ຄະນະພະແນກ, ພ້ອມດ້ວຍພະນັກ ງານ-ລັດຖະກອນ ຂອງສະພາແຫ່ງຊາດ ເຂົ້າຮ່ວມທັງໝົດ 77 ທ່ານ ຍິງ 25 ທ່ານ.
ທັງນີ້, ເພື່ອແນໃສ່ເຮັດໃຫ້ພະນັກງານ-ລັດຖະກອນ ທີ່ເຂົ້າຮ່ວມໄດ້ເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນສຳຄັນຂອງກົດໝາຍດັ່ງກ່າວ ພ້ອມທັງເປັນການຍົກລະດັບຄວາມຮູ້ທາງດ້ານກົດໝາຍ ເພື່ອເປັນບ່ອນອີງໃນການປະຕິບັດໜ້າທີ່ວຽກງານຂອງຕົນໃນການເປັນເສນາທິການໃຫ້ແກ່ກຳມາທິການ, ຄະນະເລຂາທິການ ແລະ ກົງຈັກທີ່ ຄປຈສພຊ ແຕ່ງຕັ້ງ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງຕາມແນວທາງ, ນະໂຍບາຍ, ກົດໝາຍ ແລະ ການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ.
ໃນການດຳເນີນກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເນື້ອໃນສຳຄັນຂອງກົດໝາຍ 5 ສະບັບ ທີ່ຕິດພັນກັບສິດ ແລະ ໜ້າທີ່ຂອງພະນັກງານ ເປັນຕົ້ນ: ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ແລະ ຮ່າງມະຕິຄະນະປະຈຳສະພາແຫ່ງຊາດ 2 ສະບັບຄື: ຮ່າງມະຕິວ່າດ້ວຍການເຜີຍແຜ່ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ແລະ ຮ່າງມະຕິວ່າດ້ວຍການຕີຄວາມໝາຍກົດໝາຍ ແລະ ອະທິບາຍກົດໝາຍ.
ໂອກາດດຽວກັນນີ້, ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ປະກອບຄໍາເຫັນໃສ່ ຮ່າງມະຕິວ່າດ້ວຍການເຜີຍແຜ່ລັດຖະທຳມະນູນ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ແລະ ຮ່າງມະຕິວ່າດ້ວຍການຕີຄວາມໝາຍ ແລະ ອະທິບາຍກົດໝາຍ ເພື່ອເຮັດໃຫ້ຮ່າງມະຕິດັ່ງກ່າວ ມີເນື້ອໃນຄົບຖ້ວນ, ຮັດກຸມ, ຈະແຈ້ງ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້.
ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກໂຄງການເຊກາ (CEGGA).