
25/10/2018 00:00 -
(ສພຊ) ໃນຕອນເຊົ້າວັນທີ 12 ຕຸລາ 2018, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ, ທ່ານ ຄຳສິງ ໄຊສົມແພງ ຮອງຫົວໜ້າຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ ສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ ສພຂ ສະຫວັນນະເຂດ; ເຂົ້າຮ່ວມມີທ່ານ ໂພໄຊ ໄຊຍະສອນ ຮອງເຈົ້າແຂວງໆສະຫວັນນະເຂດ, ທ່ານ ຄຳເຜີຍ ຜັນທະຈອນ ປະທານ ສພຂ ສະຫວັນນະເຂດ ພ້ອມດ້ວຍຄະນະປະຈຳ ສພຂ, ປະທານ-ຮອງປະທານຄະນະກຳມະການ, ເລຂາ-ຮອງເລຂາທິການ, ພະນັກງານພາຍໃນ ສພຂ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນການເຄື່ອນໄຫວຄັ້ງນີ້ ເພື່ອເກັບກຳຂໍ້ມູນ ພ້ອມທັງເປັນການປຶກສາຫາລືກ່ຽວກັບການທາບທາມ ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສພຂ ຊຸດທີ II; ການສ້າງ ແລະ ຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ 5 ສະບັບ. ໃນທີ່ປະຊຸມ, ທ່ານ ຄຳສິງ ໄຊສົມແພງ ໄດ້ນຳສະເໜີວິທີການທາບທາມໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສພຂ ຊຸດທີ II, ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການສ້າງ ແລະ ຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍຂອງ ສພຂ ສະຫວັນນະເຂດ ໂດຍທ່ານ ຄຳເຜີຍ ຜັນທະຈອນ; ຈາກນັ້ນ ໄດ້ແນະນຳຮ່າງມະຕິນິຕິກຳໃຕ້ກົດໝາຍ 5 ສະບັບ ເຊິ່ງປະກອບມີ: ຮ່າງຂໍ້ຕົກລົງຮ່ວມ ວ່າດ້ວຍການພົວພັນລະຫວ່າງ ສພຂ ກັບອົງການປົກຄອງແຂວງ; ຮ່າງມະຕິຂອງຄະນະປະຈຳ ສພຂ ວ່າດ້ວຍການພົບປະປະຊາຊົນ ຂອງສະມາຊິກສະພາປະຊາຊົນແຂວງ; ຮ່າງມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງໜ່ວຍສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ; ຮ່າງມະຕິວ່າດ້ວຍ ລະບຽບການດຳເນີນກອງປະຊຸມ ສພຂ; ຮ່າງມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຂະແໜງຊ່ວຍວຽກຄະນະ ສສຊ ປະຈຳເຂດເລືອກຕັ້ງ. ກອງປະຊຸມຍັງໄດ້ມີການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ ກ່ຽວກັບການທາບທາມໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງ ສພຂ ຊຸດທີ II; ການສ້າງ ແລະ ຈັດຕັ້ງປະຕິບັດນິຕິກຳໃຕ້ກົດໝາຍ 5 ສະບັບອີກດ້ວຍ.