
02/01/2019 00:00 -
(ສພຊ) ໃນລະຫວ່າງວັນທີ 24-25 ທັນວາ 2018 ທີ່ສູນປະຊຸມສາກົນ ແລະ ການເຝິກອົບຮົມ (ICTC) ນະຄອນຫລວງວຽງຈັນ, ກໍາມາທິການການການຕ່າງປະເທດ (ກຕທ) ສະພາແຫ່ງຊາດ (ສພຊ) ໄດ້ເປີດກອງປະຊຸມຄົບຄະນະຂອງຕົນ ໂດຍການເປັນປະທານຮ່ວມຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ທັງເປັານຜູ້ຊີ້ນຳວຽກງານການຕ່າງປະເທດ ແລະ ທ່ານ ເອກສະຫວ່າງ ວົງວິຈິດ ປະທານກຳມາທິການການຕ່າງປະເທດ; ເຂົ້າຮ່ວມມີລັດຖະມົນຕີກະຊວງການຕ່າງປະເທດ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ເລຂາທິການສະພາແຫ່ງຊາດ, ປະທານ-ຮອງປະທານກຳມາທິການພາຍໃນສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ 18 ເຂດ ທີ່ເປັນກຳມະການຂອງກຳມາທິການການຕ່າງປະເທດ, ຄະນະກຳມະການຮ່ວມມືລາວ-ຈີນ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງ.
ກອງປະຊຸມໃນຄັ້ງນີ້, ໄດ້ຮັບຟັງການສະເໜີບົດສະຫລຸບການເຄື່ອນໄຫວວຽກງານການຕ່າງປະເທດ ຂອງກຳມາທິການການຕ່າງປະເທດ ປະຈຳປີ 2018 ແລະ ແຜນການວຽກງານ ປະຈຳປີ 2019 ແລະ ໄດ້ຮັບຟັງການລາຍງານກ່ຽວກັບການຕິດຕາມກວດກາຂອງກຳມາທິການຕ່າງປະເທດ ໃນໄລຍະ 1 ປີຜ່ານມາ, ການເຄື່ອນໄຫວທີ່ພົ້ນເດັ່ນໃນວຽກງານການຕ່າງປະເທດຂອງລັດຖະບານ ປະຈຳປີ 2018 ແລະ ທິດທາງແຜນການ ປະຈຳປີ 2019, ການຈັດຕັ້ງປະຕິບັດສົນທິສັນຍາສາກົນ ຂອງ ສປປລາວ ໂດຍສະເພາະບັນຫາສິດທິມະນຸດ ແລະ ການຄ້າຂາຍສັດປ່າທີ່ຫວງຫ້າມ, ສະພາບການຮ່ວມມືລາວ-ຫວຽດນາມ ແລະ ລາວ-ຈີນ, ວຽກງານຮ່ວມມືສາກົນ ແລະ ການຄຸ້ມຄອງການຊ່ວຍເຫລືອ ເພື່ອການພັດທະນາ (ODA); ພ້ອມດຽວກັນນັ້ນ, ບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບຄຳຄິດຄຳເຫັນໃສ່ບັນດາບົດສະເໜີ ແລະ ບົດລາຍງານດັ່ງກ່າວຢ່າງມີເຫດມີຜົນກົງໄປກົງມາ ແລະ ມີຈຸດສຸມ; ກອງປະຊຸມຍັງໄດ້ຜ່ານຮ່າງມະຕິຂອງກອງປະຊຸມຄົບຄະນະຂອງກຳມາທິການການຕ່າງປະເທດ ແລະ ໃນເວລາຕໍ່ມາກໍໄດ້ພິຈາລະນາຮັບຮອງເອົາຮ່າງມະຕິກອງປະຊຸມຄົບຄະນະຂອງກຳມາທິການການຕ່າງປະເທດ ປະຈຳປີ 2018.
ທ່ານ ແສງນວນ ໄຊຍະລາດ ໄດ້ມີຄຳເຫັນວ່າ: ຜ່ານການສະຫລຸບຕີລາຄາຄືນຜົນສຳເລັດ ອັນຈົບງາມທີ່ຍາດມາໄດ້ໃນໄລຍະປີໜື່ງທີ່ຜ່ານມາ ແລະ ໄດ້ສັງເກດຕີລາຄາຄືນບັນດາຂໍ້ຄົງຄ້າງໃນການປະຕິບັດໜ້າທີ່ວຽກງານການຕ່າງປະເທດຂອງກຳມາທິການການຕ່າງປະເທດ ກໍຄືຂອງສະພາແຫ່ງຊາດ ໃນໄລຍະປີ 2018 ຜ່ານມາ ແລະ ໄດ້ວາງທິດທາງແຜນການປະຈຳປີ 2019 ເຊິ່ງໄດ້ຕິດຕາມ ແລະ ຊີ້ນຳຢ່າງໃກ້ຊິດຕໍ່ການເຄື່ອນໄຫວວຽກງານຂອງກຳມາທິການການຕ່າງ ປະເທດ ແລະ ໄດ້ສ່ອງແສງໃຫ້ເຫັນເຖິງບັນດາຜົນສໍາເລັດທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ 3 ພາລະບົດບາດຂອງອົງການນິຕິບັນຍັດ ແລະ ການເຄື່ອນໄຫວວຽກງານການ ຕ່າງປະເທດຂອງສະພາແຫ່ງຊາດ ເຊິ່ງກວມເອົາການເຄື່ອນໄຫວວຽກງານພົວພັນລັດຖະສະພາໃນຂອບສອງຝ່າຍ ແລະ ຫລາຍຝ່າຍ.
(ນາງ ສຸພາວັນ ຫອມສະນິດ)