
14/01/2019 00:00 -
(ສພຊ) ໃນວັນທີ 26-29 ທັນວາ 2018 ກໍາມາທິການກົດໝາຍ ໄດ້ຈັດກອງປະຊຸມສໍາມະນາຍົກລະດັບຄວາມສາມາດໃຫ້ພະນັກງານ-ລັດຖະກອນ ກໍາມາທິການກົດໝາຍ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສາຍທອງ ແກ້ວດວງດີ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ໂດຍການເຂົ້າຮ່ວມ ແລະ ບັນລະຍາຍເອກະສານຂອງບັນດາທ່ານຮອງປະທານກໍາມາທິການກົດໝາຍ, ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ລັດຖະກອນ-ວິຊາການ ຈາກກໍາມາທິການກົດໝາຍ.
ທັງນີ້, ເພື່ອເປັນການຍົກລະດັບຄວາມຮູ້ ແລະ ຄວາມສາມາດ ກ່ຽວກັບເຕັກນິກໃນການສ້າງຮ່າງກົດໝາຍ; ຂັ້ນຕອນ ແລະ ວິທີການຄົ້ນຄວ້າການຕີຄວາມໝາຍ ແລະ ອະທິບາຍກົດໝາຍ; ວິທີການກະກຽມບົດບັນລະຍາຍ ແລະ ການເປັນເສນາທິການທາງດ້ານເນື້ອໃນໃຫ້ພະນັກງານ-ລັດຖະກອນ ທີ່ເປັນເສນາທິການໃຫ້ກໍາມາທິການກົດໝາຍ ມີຄວາມເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ມີຄຸນນະພາບ ເຊິ່ງຜູ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ ແມ່ນໄດ້ຮັບຟັງການບັນລະຍາຍບາງບົດຮຽນທີ່ຕິດພັນກັບການເຄື່ອນໄຫວວຽກງານຕົວຈິງ ຈາກຄະນະນໍາກໍາມາທິການກົດໝາຍ ແລະ ຄະນະເລຂາທິການສະພາແຫ່ງຊາດ.