
14/01/2019 00:00 -
(ສພຊ) ລະຫວ່າງວັນທີ 10-11 ມັງກອນ 2019 ຢູ່ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ (ຫລັກ6) ນະຄອນຫລວງວຽງຈັນ, ຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ ສະພາແຫ່ງຊາດ ໄດ້ດໍາເນີນກອງປະຊຸມປະຈຳປີ 2018 ຂອງຕົນ; ໂດຍການເປັນປະທານຮ່ວມຂອງທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ຜູ້ຊີ້ນຳວຽກງານເຂດເລືອກຕັ້ງສະພາແຫ່ງຊາດ, ທ່ານ ພົງສະເໜ່ ຍຸດຕິທຳ ຫົວໜ້າຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງສະພາແຫ່ງຊາດ; ມີບັນດາທ່ານປະທານ-ຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈຳແຕ່ລະເຂດເລືອກຕັ້ງໃນທົ່ວປະ ເທດ, ປະທານ-ຮອງປະທານກຳມາທິການພາຍໃນສະພາແຫ່ງຊາດ, ຄະນະເລຂາທິການ ຕະຫລອດຮອດພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວແມ່ນເພື່ອສະຫລຸບຕີລາຄືນການປະຕິບັດພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ປະຈຳປີ 2018 ກໍຄືການວາງທິດທາງວຽກງານປະຈຳປີ 2019, ພ້ອມທັງປຶກສາຫາລືວຽກງານທີ່ສຳຄັນຈຳນວນໜຶ່ງຂອງຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ ກັບ ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງໃນທົ່ວປະເທດ; ກອງປະຊຸມໄດ້ຮັບຟັງບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2018 ແລະ ທິດທາງແຜນການວຽກງານ ປະຈຳປີ 2019 ຂອງຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ; ບົດສະເໜີກ່ຽວກັບການຕີລາຄາໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂແງສະພາປະຊາຊົນຂັ້ນແຂວງ ຊຸດທີ I ແລະ ທິດທາງການປັບປຸງ ສພຂ ຊຸດທີ II.
ໃນພິທີໄຂກອງປະຊຸມ, ທ່ານ ພົງສະເໜ່ ຍຸດຕິທຳ ໄດ້ຮຽກຮ້ອງມາຍັງບັນດາທ່ານຜູ້ແທນກອງປະຊຸມທັງໝົດຈົ່ງຊ່ວຍປະກອບຄຳຄິດຄຳເຫັນ ຢ່າງເປັນເຈົ້າການ ແລະ ມີຈຸດສຸມ, ຕັ້ງຂໍ້ສົນໃຈ ເພື່ອແລກປ່ຽນສົນທະນາ ທັງນີ້ກໍເພື່ອເຮັດໃຫ້ຄະນຮັບຜິດຊອບວຽກງານເຂດເລືອກຕັ້ງ ພ້ອມທັງຄະນະ ສສຊ ປະຈຳເຂດເລືອກຕັ້ງສາມາດເຫັນໄດ້ທິດທາງ, ວິທີການແກ້ໄຂບັນຫາຈຸດອ່ອນ, ຂໍ້ຄົງຄ້າງ ແລະ ປັບປຸງໄດ້ດ້ານການຈັດຕັ້ງ ແລະ ແບບແຜນວິທີການເຄື່ອນໄຫວໃນຕໍ່ໜ້າ ໃຫ້ມີປະສິດທິພາບສູງກວ່າເກົ່າ.