
18/01/2019 00:00 -
(ສພຊ) ໃນລະຫວ່າງວັນທີ 22-26 ທັນວາ 2018 ຜ່ານມາ, ຄະນະສະມາຊິກສະພາແຫ່ງຊາດເພດຍິງ ສະພາແຫ່ງຊາດ ນໍາໂດຍ ທ່ານ ນາງ ທັດສະດາພອນ ແສງສຸລິຍາ ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ສະພາແຫ່ງຊາດ, ພ້ອມດ້ວຍຫົວໜ້າກົມ ແລະ ພະນັກງານ-ວິຊາການກົມຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ ໂດຍສົມທົບກັບໜ່ວຍສະມາຊິກສະພາປະຊາຊົນເພດຍິງແຂວງ ແລະ ພະນັກງານຊ່ວຍວຽກຂອງແຂວງສະພາປະຊາຊົນແຂວງຈຳນວນໜຶ່ງ ໄດ້ເຄື່ອນໄຫວວຽກງານຕິດຕາມກວດກາ ແລະ ຊຸກຍູ້ຢູ່ 3 ເມືອງຄື: ນາກາຍ, ຍົມມະລາດ ແລະ ມະຫາໄຊ ແຂວງຄຳມ່ວນ.
ທັງນີ້, ເພື່ອເປັນການປະຕິບັດພາລະບົດບາດຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ນະໂຍບາຍ, ແຜນຍຸດທະສາດ ແລະ ນິຕິກໍາລຸ່ມກົດໝາຍ ທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກ, ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ (ຊີດໍ) ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ 5 ການບັນລຸຄວາມສະເໝີພາບຍິງ-ຊາຍ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ເດັກ.
ໃນການລົງມາເຄື່ອນໄຫວວຽກງານໃນຄັ້ງນີ້, ຄະນະ ໄດ້ຮັບຟັງການລາຍງານກ່ຽວກັບສະພາບການເຄື່ອນໄຫວວຽກງານຂອງໜ່ວຍສະມາຊິກສະພາປະຊາຊົນເພດຍິງຂອງສະພາປະຊາຊົນແຂວງ ຈາກທ່ານ ນາງ ວຽງມະນີ ຈັນທະລະສິນ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ກໍາມະການຄະນະສະມາຊິກສະພາແຫ່ງຊາດເພດຍິງ; ພ້ອມດຽວກັນນັ້ນ, ກໍໄດ້ເຮັດວຽກຮ່ວມກັບຫ້ອງການ ແລະ ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງເມືອງ ເພື່ອຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດໃນວຽກງານທີ່ກ່າວມາຂ້າງເທິງນັ້ນ.
ຈາກນັ້ນ, ຄະນະຍັງໄດ້ເດີນທາງໄປພົບປະເຮັດວຽກຮ່ວມກັບອໍານາດການປົກຄອງ, ສະຫະພັນແມ່ຍິງ ຂອງ 3 ເມືອງຄື: ນາກາຍ, ຍົມມະລາດ ແລະ ມະຫາໄຊ; ຫລັງຈາກນັ້ນ, ໄດ້ລົງເບິ່ງວຽກງານຕົວຈິງຢູ່ທີ່ບ້ານ ໜອງປີງ ແລະ ໂພນສະອາດ ເພື່ອພົບປະເອື້ອຍນ້ອງຍິງກຸ່ມຫັດຖະກໍາຕໍ່າຫູກ ເປັນຕົ້ນ: ຜ້າປູໂຕະ, ຜ້າພັນຄໍ, ແພຕັດເສື້ອ, ສິ້ນ, ຕີນສິ້ນ ແລະ ອື່ນໆ ທີ່ຂຶ້ນກັບເມືອງຍົມມະລາດ ແລະ ເມືອງມະຫາໄຊ ແຂວງຄໍາມ່ວນ.