
11/02/2019 00:00 -
(ສພຊ) ຄະນະຜູ້ແທນສະພາແຫ່ງຊາດລາວ ນໍາໂດຍທ່ານ ເອກສະຫວ່າງ ວົງວິຈິດ ປະທານກຳມາທິການການຕ່າງປະເທດ, ຮອງປະທານຄະນະບໍລິຫານງານສະມັດຊາລັດຖະສະພາຝຣັ່ງໂກໂຟນີ ທັງເປັນປະທານຄະນະສະມັດຊາລັດຖະສະພາຝຣັ່ງໂກໂຟນີຂອງສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະມັດຊາລັດຖະສະພາຝຣັ່ງໂກໂຟນີ ປະຈຳປີ 2019 ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 30 ມັງກອນ ຫາ 2 ກຸມພາ 2019 ທີ່ນະຄອນບຣຸກແຊນ ປະເທດແບນຊິກ.
ໃນກອງປະຊຸມຄັ້ງນີ້, ຄະນະບໍລິຫານງານໄດ້ຄົ້ນຄວ້າ ແລະ ປຶກສາຫາລືຫລາຍບັນຫາທີ່ສຳຄັນ ເປັນຕົ້ນແມ່ນລາຍງານການເຄື່ອນໄຫວວຽກງານໃນ 1 ປີທີ່ຜ່ານມາ ແລະ ວຽກງານການເຄື່ອນໄຫວໃນຕໍ່ໜ້າ (2018-2019) ຂອງສະມັດຊາລັດຖະສະພາຝຣັ່ງໂກໂຟນີ (APF) ແລະ ທັງສຸມໃສ່ປຶກສາຫາລືແຜນການກະກຽມກອງປະຊຸມໃຫຍ່ສະມັດຊາລັດຖະສະພາ ຝຣັ່ງໂກໂຟນີ ຄັ້ງທີ 45 ທີ່ອາບີຊອງ ປະເທດກົດດີວົວ ໃນເດືອນກໍລະກົດ 2019 ທີ່ຈະມາເຖິງນີ້.