
13/02/2019 00:00 -
(ສພຊ) ວັນທີ 5 ກຸມພາ 2019, ທີ່ສູນພັດທະນາຜູ້ເສຍອົງຄະ 489 ບ້ານຂຸດສາມບາດ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ໄດ້ມີພິທີປະດັບຫລຽນກາລະນຶກ 70 ປີ ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ແລະ ຍ້ອງຍໍຜົນງານປະຈຳປີຂອງສູນພັດທະນາຜູ້ເສຍອົງຄະ 489 ໃຫ້ແກ່ຄອບຄົວ ແລະ ພະນັກງານອາວຸໂສບໍານານ ຈຳນວນ 121 ທ່ານ ໂດຍການເປັນປະທານຂອງທ່ານ ບຸນຄົງ ຫລ້າສຸກັນ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ເຂົ້າຮ່ວມມີທ່ານ ພົຈ. ພູມີ ວັນດີໄຊ ຮອງປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ (ສພຊ), ທ່ານ ນາງ ມະນີວັນ ເຢຍປາວເຮີ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ສພຊ, ຫົວໜ້າ-ຮອງຫົວໜ້າກົມ, ມີຄະນະບັນຊາກະຊວງປ້ອງກັນປະເທດ, ຕາງໜ້າຈາກ 3 ອົງການຈັດຕັ້ງມະຫາຊົນຂອງ ສພຊ, ຄະນະສູນ, ພາກສວ່ນທຸລະກິດ ແລະ ພ້ອມດ້ວຍລູກຫລານພະນັກງານອາວຸໂສບຳນານເສຍອົງຄະ ແລະ ວິຊາການຂອງສູນເຂົ້າຮ່ວມ.
ໃນພິທີ, ທ່ານ ນາງ ອານົງຮັກ ຫວ່າງວັນທານຸວົງ ຮອງກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຮສສ ໄດ້ຂຶ້ນຜ່ານຂໍ້ຕົກລົງລັດຖະດຳລັດຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະດັບຫລຽນກາລະນຶກ 70 ປີ ຈຳນວນ 121 ທ່ານ, ເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20/1/1949-20/1/2019) ທີ່ມີຜົນງານອັນໃຫຍ່ຫລວງໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ແລະ ໄລຍະປົກປັກຮັກສາສ້າງສາພັດທະນາປະເທດຊາດ; ນອກນັ້ນ, ຍັງໄດ້ຮັບຮອງ ແລະ ຍ້ອງຍໍເອົາກົມກອງດີເດັ່ນ ປະເພດ III, ຄອບຄົວດີເດັ່ນ ປະເພດ I ແລະ ບຸກຄົນດີເດັ່ນທີ່ມີຜົນງານປະຈຳປີ 2018 ເຊິ່ງການຍ້ອງຍໍຄັ້ງນີ້ແມ່ນເພື່ອສັນລະເສີນຜົນງານຄຸນງາມ ຄວາມດີຂອງພະນັກງານ-ນັກຮົບປະຕິວັດອາວຸໂສ, ພະນັກງານບຳນານຜູ້ທີ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດຕະຫລອດໄລຍະຜ່ານມາ.
ໃນຕອນທ້າຍພິທີ, ທ່ານ ພົຈ. ພູມີ ວັນດີໄຊ ພ້ອມດ້ວຍຄະນະ ໄດ້ມອບກະຕ່າດອກໄມ້ເພື່ອອວຍພອນເນື່ອງໃນໂອກາດສະເຫລີມສະຫລອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ.
(ວິມານ ອິນທະວົງ)