
27/02/2019 00:00 -
(ສພຊ) ເພື່ອເຮັດໃຫ້ອໍານາດການປົກຄອງບ້ານຕະຫລອດຮອດພໍ່ແມ່ປະຊາຊົນຢູ່ທ້ອງຖີ່ນ-ຮາກຖານ ໄດ້ມີຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍຂອງພັກ ເວົ້າລວມ, ເວົ້າສະເພາະກໍຄື ວຽກງານຂອງສະພາແຫ່ງຊາດ (ສພຊ) ແລະ ສະພາປະຊາຊົນແຂວງ (ສພຂ), ທັງເປັນການເກັບກໍາສະພາບການ, ຄໍາຄິດຄໍາເຫັນຂອງປະຊາຊົນ, ຄໍາສະເໜີຕ່າງໆຂອງປະຊາຊົນໃນເຂດເລືອກຕັ້ງຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໃນລະຫວ່າງວັນທີ 18-22 ກຸມພາ 2019 ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ນໍາໂດຍທ່ານ ນາງ ບົວພັນ ລີໄກຢາ ປະທານກໍາມາທິການບັນດາເຜົ່າ (ກບຜ)ສະພາແຫ່ງຊາດ; ທ່ານ ນາງອິດມະນີ ຈັນທະຄູນ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ; ທ່ານ ບຸນໄທ ສີເທບ ສສຊ ປະຈໍາເຂດເລືອກຕັ້ງ ພ້ອມດ້ວຍສະມາຊິກ ສພຂ ປະຈໍາເມືອງ ໄດ້ລົງເຄື່ອນໄຫວເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສພຊ ຊຸດທີ VIII ແລະ ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສພຂ ຊຸດທີ I ຢູ່ 5 ເມືອງຄື: ເມືອງພຽງ, ປາກລາຍ, ແກ່ນທ້າວ, ບໍ່ແຕນ ແລະ ທົ່ງມີໄຊ ລວມທັງໝົດ 15 ຈຸດ, ກວມເອົາ 35 ບ້ານ, ມີອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງ 3.376 ຄົນ, ຍິງ 2.273 ຄົນ.
ໃນການເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງບ້ານໂດຍຫຍໍ້; ຈາກນັ້ນ, ສສຊ ໄດ້ເຜີຍແຜ່ກ່ຽວກັບລະບົບກົງຈັກການຈັດຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງ ສພຊ ກໍຄື ສພຂ; ບາງບັນດາເນື້ອໃນຈິດໃຈຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງ ສພຊ ຊຸດທີ VIII ແລະ ສພຂ ຊຸດທີ I ເປັນຕົ້ນແມ່ນມະຕິກອງປະຊຸມ ສພຊ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2018 ແລະ ທິດທາງ ປະຈຳປີ 2019 ແລະ ມະຕິກອງປະຊຸມ ສພຂ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2018 ແລະ ທິດທາງ ປະຈຳປີ 2019; ພ້ອມດຽວກັນນັ້ນ, ຍັງໄດ້ຍົກໃຫ້ເຫັນບາງມາດຕາຂອງກົດໝາຍວ່າດ້ວຍຄອບຄົວ; ວຽກງານຊົນເຜົ່າ ແລະ ສາສະໜາ; ວຽກງານບົດບາດຍິງ-ຊາຍ; ໄພຄຸກຄາມ ແລະ ຜົນຮ້າຍຂອງຢາເສບຕິດ ແລະ ໄດ້ເນັ້ນໜັກໃຫ້ທຸກຄົນ ຈົ່ງມີຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ, ບຸກບືນສ້າງເສດຖະກິດຄອບຄົວເອົາໃຈໃສ່ໃນການປູກ-ການລ້ຽງທີ່ເປັນມູນເຊື້ອ ໃຫ້ກາຍເປັນສິນຄ້າ ເພື່ອໃຫ້ຄອບຄົວຮັ່ງມີຂື້ນເປັນກ້າວໆ.
ໃນຕອນທ້າຍ, ສສຊ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີຄໍາຄິດຄໍາເຫັນແລກປ່ຽນ ແລະ ສະ ເໜີບັນຫາ, ຂໍ້ຂັດຂ້ອງໝອງໃຈຕ່າງໆ ເຊິ່ງບັນຫາທີ່ພໍ່ແມ່ປະຊາຊົນຊົນສົນໃຈຫລາຍທີ່ສຸດແມ່ນບັນຫາການກໍ່ສ້າງໂຄງລ່າງພື້ນຖານ ແລະ ບັນຫາລາຄາຜົນຜະລິດຕົກຕໍ່າ ແລະ ໃນໂອກາດລົງເຄື່ອນໄຫວໃນຄັ້ງນີ້, ຄະນະຍັງໄດ້ນໍາເອົາກະຕິກນ້ຳ ແລະ ຈອກແກ້ວ ມອບໃຫ້ບັນດາບ້ານເພື່ອນໍາໃຊ້ເຂົ້າໃນວຽກງານລວມຂອງບ້ານ ຈໍານວນ 35 ຊຸດ ລວມມູນຄ່າ 3 ລ້ານກວ່າກີບ.
(ນີ່ຕູ່ ປະສິດທິພົງ)