
06/03/2019 00:00 -
(ສພຊ) ວັນທີ 25 ກຸມພາຜ່ານມາ, ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ນໍາໂດຍທ່ານ ນາງ ບົວພັນ ລີໄກຢາ ປະທານກໍາມາທິການບັນດາເຜົ່າ ທັງເປັນ ສສຊ ປະຈຳເຂດເລືອກຕັ້ງ; ທ່ານ ນາງອິດມະນີ ຈັນທະຄູນ ຮອງປະທານຄະນະ ສສຊ ປະຈໍາເຂດເລືອກຕັ້ງ; ທ່ານ ບຸນໄທ ສີເທບ ສສຊ ປະຈຳເຂດເລືອກຕັ້ງ ໄດ້ເຄື່ອນໄຫວພົບປະຢ້ຽມຢາມ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ແລະ ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ I ຢູ່ກອງພົນທະຫານຣາບທີ II ແລະ ກອງບັນຊາການທະຫານແຂວງໄຊຍະບູລີ ມີຄະນະພັກ-ຄະນະບັນຊາ, ພະນັກງານນັກຮົບ, ນາຍ ແລະ ພົນທະຫານ ໃນທົ່ວສອງກອງບັນຊາການ ເຂົ້າຮ່ວມຮັບຟັງ 247 ສະຫາຍ ຍິງ 13 ສະຫາຍ.
ການລົງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນຄັ້ງນີ້, ບັນດາທ່ານ ສສຊ ໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນທີ່ກອງປະຊຸມໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາ ເປັນຕົ້ນແມ່ນມະຕິຂອງກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2018 ແລະ ທິດທາງແຜນການປີ 2019, ແຜນງົບປະມານແຫ່ງລັດ 9 ເດືອນ, ຄາດຄະເນໝົດປີ 2018 ແລະ ທິດທາງແຜນການປີ 2019 ຂອງລັດຖະບານ; ມະຕິວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2018 ແລະ ທິດທາງແຜນການປີ 2019, ບົດລາຍງານຜົນການກວດສອບສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2017 ແລະ ບົດລາຍງານຂອງອົງການກວດກາລັດຖະບານ ກ່ຽວກັບຜົນການກວດກາຕາມຜົນຂອງການກວດສອບ; ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານກາງສະ
ໄໝຂອງແຜນ 5 ປີ, ວຽກງານປະຈຳປີ 2018 ແລະ ທິດທາງແຜນການຮອດປີ 2020, ວຽກງານຈຸດສຸມ ປີ 2019 ຂອງອົງການໄອຍະການ ແລະ ສານປະຊາຊົນສູງສຸດ, ມະຕິຂອງກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2018 ແລະ ແຜນການ ປີ 2019; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານຂອງແຂວງ ປະຈຳປີ 2018 ແລະ ແຜນການປະຈຳປີ 2019; ມະຕິກອງປະຊຸມສະພາປະຊາຊົນແຂວງໄຊຍະບູລີ ວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານກວດສອບ ປະຈຳປີ 2018, ທິດທາງແຜນການເຄື່ອນໄຫວວຽກງານກວດສອບ ປີ 2019, ບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈຳປີ 2017 ແລະ ບົດລາຍງານຂອງອົງການກວດກາລັດແຂວງກ່ຽວກັບຜົນການກວດກາຕາມຜົນຂອງການກວດສອບ; ມະຕິຂອງກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກງານກາງສະໄໝ (2 ປີເຄິ່ງ) ຂອງແຜນການ 5 ປີ (2016-2020), ວຽກງານປະຈຳປີ 2018 ແລະ ທິດທາງແຜນການຮອດປີ 2020 ແລະ ວຽກຈຸດສຸມ ປີ 2019.
ພ້ອມດຽວກັນນັ້ນ, ບັນດາທ່ານ ສສຊ ຍັງໄດ້ເຜີຍແຜ່ລະບົບກົງຈັກການຈັດຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງຕື່ມອີກ ເພື່ອໃຫ້ພະນັກງານ-ນັກຮົບ, ນາຍ ແລະ ພົນທະຫານ ໄດ້ຮັບຮູ້, ເຂົ້າໃຈແຈ້ງຕໍ່ວຽກງານຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຮັບຮູ້ກ່ຽວກັບລະບົບກົງຈັກການຈັດຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງຢ່າງທົ່ວເຖິງ.
(ນີ່ຕູ່ ປະສິດທິພົງ)