
18/04/2019 00:00 -
(ສພຊ) ສະພາແຫ່ງຊາດ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານຂອງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ທີ່ເມືອງແກ້ວອຸດົມ, ແຂວງວຽງຈັນ ໃນລະຫວ່າງວັນທີ 29-30 ມີນາ 2019 ເພື່ອເປັນການກະກຽມຄວາມພ້ອມທາງດ້ານເນື້ອໃນຂອງຮ່າງກົດໝາຍທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII, ໂດຍການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມມີທ່ານລັດຖະມົນຕີປະຈໍາຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ບັນດາທ່ານປະທານ-ຮອງປະທານກໍາມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງແຮງານ ແລະ ສະຫວັດດີການສັງຄົມ, ພະນັກງານບໍານານ, ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ລັດຖະກອນທີ່ກ່ຽວຂ້ອງຈາກສະພາແຫ່ງຊາດ ແລະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈໍານວນໜຶ່ງ.
ກົດໝາຍສະບັບດັ່ງກ່າວ, ເປັນກົດໝາຍທີ່ສ້າງໃໝ່ ປະກອບມີ 11 ພາກ, 8 ໝວດ ແລະ 82 ມາດຕາ ເຊິ່ງມີຈຸດປະສົງເພື່ອເຮັດໃຫ້ວຽກງານການຄຸ້ມຄອງໄພພິບັດໄດ້ຮັບການເຝົ້າລະວັງ, ຫລຸດ ຜ່ອນຜົນກະທົບທີ່ເກີດຈາກໄພພິບັດຕໍ່ສຸຂະພາບ, ຊີວິດ, ຊັບສິນຂອງລັດ, ລວມໝູ່, ປະຊາຊົນ, ສິ່ງແວດລ້ອມ ແລະ ໂຄງລ່າງພຶ້ນຖານ ພ້ອມທັງຟຶ້ນຟູ, ບູລະນະ ແລະ ກໍ່ສ້າງຄືນໃໝ່; ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ສຸມໃສ່ສະຕິປັນຍາເຂົ້າໃນການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ບັນດາມາດຕາ ເພື່ອເຮັດໃຫ້ມີເນື້ອໃນຊັດເຈນ, ຈະແຈ້ງ, ຮັດກຸມ, ສອດຄອງກັບກົດໝາຍອື່ນທີ່ກ່ຽວຂ້ອງ ແລະ ສາມາດຈັດຕັ້ງປະຕິບັດໄດ້ ພາຍຫລັງສໍາເລັດການກວດກາເນື້ອໃນຮອບດ້ານແລ້ວ ຈະໄດ້ລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ພິຈາລະນາຕົກລົງ ແລະ ນໍາເຂົ້າໃນວາລະກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ພິຈາລະນາຮັບຮອງເອົາ.
(ກົມໂຄສະນາ ແລະ ຕີຄວາມໝາຍກົດໝາຍ)