
18/04/2019 00:00 -
(ສພຊ) ວັນທີ 3 ເມສາ 2019 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ຊຽງຂວາງ ໄດ້ເປີດກອງປະຊຸມປຶກສາຫາລື, ຄົ້ນຄວ້າ, ຕິດຕາມກວດກາການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2019 ຂອງ ສພຂ ໂດຍການເປັນປະທານຂອງທ່ານ ຄໍາເຜີຍ ປານມະໄລທອງ ຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາ ສະພາແຫ່ງຊາດ (ສພຊ) ເຂົ້າຮ່ວມມີທ່ານ ນາງ ແສງຄໍາ ຊົ່ງຊະນະ ປະທານ ສພຂ, ທີມງານທີ່ມາຈາກສະຖາບັນຄົ້ນຄວ້ານິຕິກໍາ ສພຊ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ, ຄະນະເລຂາທິການ ແລະ ພະນັກງານ-ລັດຖະກອນຈາກ ສພຂ ເຂົ້າຮ່ວມ.
ທັງນີ້, ເພື່ອຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງສະຖາບັນຄົ້ນຄວ້ານິຕິກໍາ ສພຊ ແລະ ສພຂ, ຕິດຕາມກວດກາການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ 2019 ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສພຂ ກ່ຽວກັບກົງຈັກການຈັດຕັ້ງ ແລະ ບຸກຄາລາກອນ ຊ່ວຍວຽກຂອງຄະນະສະມາຊິກສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສພຂ, ໜ່ວຍສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ການສ້າງ ແລະ ປັບປຸງນິຕິກໍາ, ການຈັດຕັ້ງປະຕິບັດນິຕິກໍາຂອງແຂວງ ແລະ ຂອງພາຍໃນຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສພຂ, ຜົນໄດ້ຮັບຈາກການເຝຶກອົບຮົມ, ສໍາມະນາ, ການນໍາໃຊ້ງົບປະມານໃນໄລຍະຜ່ານມາ; ນອກຈາກນັ້ນ, ຍັງໄດ້ປຶກສາຫາລືກ່ຽວກັບກົງຈັກການຈັດຕັ້ງ ແລະ ບຸກຄາລາກອນ ຂອງ ສພຂ ຊຸດທີ II ແລະ ຄະນະສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງ.
ໃນທີ່ປະຊຸມຍັງຍົກໃຫ້ເຫັນບັນດາຜົນງານການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 9 ແລະ ສພຂ ເຖິງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດພາລະບົດບາດຂອງຕົນໃນໄລຍະຜ່ານມາ ໃຫ້ທີ່ປະຊຸມໄດ້ຮັບຟັງ ພ້ອມທັງປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອເປັນທິດທາງແກ້ໄຂໃນຕໍ່ໜ້າເພື່ອໃຫ້ວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະພາປະຊາຊົນແຂວງ ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.
(ນາງ ສຸກສະຫວັນ ອິນທະແສງ)