
18/04/2019 00:00 -
(ສພຊ) ວັນທີ 5 ເມສາ 2019 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ບໍ່ແກ້ວ ໄດ້ຈັດພິທີມອບເຄື່ອງຊ່ວຍເຫລືອໃຫ້ແກ່ ສພຂ ບໍ່ແກ້ວ ໂດຍແມ່ນ ທ່ານ ເຄນທອງ ນວນທະສິງ ຮອງປະທານກໍາມາທິການການຕ່າງປະເທດ (ກຕທ) ສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວ ແລະ ທ່ານ ໂຮມ ຫົວໜ້າ ບໍລິສັດ ລາວສາກົນ ຂາເຂົ້າ-ຂາອອກ ຈໍາກັດ ແລະ ຮັບໂດຍ ທ່ານ ສີໂພໄຊ ວິຫາລາດ ເລຂາທິການ ສພຂ ເຂົ້າຮ່ວມພິທີໃນຄັ້ງນີ້, ມີບັນດາທ່ານສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ-ລັດຖະກອນ ຂອງ ສພຂ ເຂົ້າຮ່ວມເປັນສັກຂີພິຍານ; ເຄື່ອງຊ່ວຍເຫລືອທີ່ນໍາມອບໃນຄັ້ງນີ້ປະກອບມີ: ຄອມພິວເຕີຕັ້ງໂຕະ 2 ຊຸດ ແລະ ເສື້ອຍືດຄໍມົນ ຈໍານວນ 50 ຜືນ ລວມເປັນມູນຄ່າ 9 ລ້ານກວ່າກີບ.
ໃນຕອນທ້າຍ, ທ່ານ ເຄນທອງ ນວນທະສິງ ໄດ້ກ່າວວ່າ: ຈົ່ງນໍາໃຊ້ເຄື່ອງທີ່ນຳໄປມອບໃນຄັ້ງນີ້ ເຂົ້າໃນໜ້າທີ່ວຽກງານໃຫ້ເກີດປະໂຫຍດສູງສຸດ ແລະ ຈັດແບ່ງເຂົ້າໃຊ້ໃນຂະແໜງການທີ່ຂາດເເຄນອຸປະກອນຮັບໃຊ້ຕາມຄວາມເໝາະສົມ ແລະ ທ່ານຍັງໄດ້ກ່ວຕື່ມອີກວ່າຈະຊອກຫາວິທີທາງເພື່ອຊ່ວຍເຫລືອອ້າຍນ້ອງທະຫານຢູ່ເຂດໜ້າດ່ານປ້ອງກັນຊາດ ກອງຮ້ອຍຊາຍແດນ 121 ຢູ່ເມືອງເມິງ ທີ່ພວມຂາດແຄນນໍ້າອຸປະໂພກ-ບໍລິໂພກ ໃນການນໍາໃຊ້ເຂົ້າປະຈໍາວັນຢ່າງຮີບດ່ວນ.