
25/04/2019 00:00 -
(ສພຊ) ໃນລະຫວ່າງວັນທີ 31 ມີນາ ຫາ 6 ເມສາຜ່ານມາ, ກໍາມາທິການບັນດາເຜົ່າ (ກບຜ) ສະພາແຫ່ງຊາດ ນໍາໂດຍທ່ານ ນາງ ບົວພັນ ລີໄກຢາ ປະທານ ກບຜ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມກວດກາ, ເກັບກໍາຂໍ້ມູນສະພາບການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ, ຄວາມເຊື່ອຖື, ວັດທະນະທໍາ-ຮີດຄອງປະເພນີ, ການດໍາລົງຊີວິດຂອງປະຊາຊົນເຜົ່າອາຄາ ຢູ່ບ້ານສາລາ, ເຜົ່າມູເຊີດໍາ ຢູ່ບ້ານຈາຍີ່, ເຜົ່າກຸຍ-ເຜົ່າລາຫູ ຢູ່ບ້ານໂພນສໍາພັນ ເມືອງລອງ ແລະ ວຽກງານດ້ານສາສະໜາຄຣິດ ເຢຊູ ຢູ່ບ້ານນໍ້າລື ເມືອງ ແລະ ແຂວງຫລວງນໍ້າທາ.
ໃນການເຄື່ອນໄຫວຄັ້ງນີ້, ຄະນະໄດ້ພົບເຫັນສະພາບການດໍາລົງຊີວິດຕົວຈິງຂອງປະຊາຊົນແຕ່ລະບ້ານ ແລະ ໄດ້ສົນທະນາກັບພໍ່ແມ່ປະຊາຊົນ ເພື່ອເກັບກໍາເອົາຂໍ້ມູນຕົວຈິງ ສົມທົບກັບການລາຍງາຍຂອງການຈັດຕັ້ງບ້ານ, ເມືອງ ແລະ ແຂວງ ເຊິ່ງໂດຍລວມແລ້ວເຫັນວ່າສະພາບການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າແມ່ນຕິດພັນກັບການກະສິກໍາປູກຝັງ-ລ້ຽງສັດ ແຕ່ຍັງມີຄວາມຫຍຸ້ງຍາກຢູ່ຫລາຍດ້ານ ເປັນຕົ້ນ: ບັນຫາທີ່ດິນທໍາການຜະລິດບໍ່ພຽງພໍ ເຮັດໃຫ້ບາງຄອບຄົວບໍ່ມີເຂົ້າກຸ້ມກິນ, ການເຂົ້າໃຈພາສາກາງຍັງຈໍາກັດ ຈຶ່ງຕ້ອງໃຊ້ພາສາແປໃນເວລາປະຊຸມ, ການສຶກສາ, ການບໍລິການດ້ານສາທາສະນະສຸກ ຍັງພົບຄວາມຫຍຸ້ງຍາກ ແລະ ເມືອງລອງ ເປັນເມືອງໜຶ່ງທີ່ຕິດກັບຂົວຂ້າມແມ່ນນໍ້າຂອງລະຫວ່າງລາວກັບບາງປະເທດໃກ້ຄຽງ ຈຶ່ງມີບັນຫາຢາເສບຕິດ ເຊິ່ງເຮັດໃຫ້ສະພາບພາຍໃນເມືອງບໍ່ມີຄວາມສະຫງົບດີໃນແຕ່ລະປີ, ການລົງທືນຂອງລັດເຂົ້າໃນການພັດທະນາຂົງເຂດດັ່ງກ່າວ ແມ່ນຍັງມີຫລາຍອັນທີ່ຈໍາກັດ ເປັນສາເຫດໜຶ່ງທີ່ເຮັດໃຫ້ກຸ່ມຄົນບໍ່ດີສວຍໃຊ້ຊ່ອງວ່າງທາງສາສະໜາ ເພື່ອປຸກລະດົມພໍແມ່ປະຊາຊົນຜູ້ຮູ້ເທົ່າບໍ່ເຖິງການໃຫ້ເຂົ້າສາສະໜາ ແລະ ໄດ້ມີການເຄື່ອນໄຫວທີ່ບໍ່ຖືກຕ້ອງຕໍ່ລະບຽບກົດໝາຍບ້ານເມືອງ ເຊິ່ງໄດ້ສ້າງຄວາມຫຍຸ້ງຍາກໃນການຄຸ້ມຄອງນໍາພາຂອງການຈັດຕັ້ງພັກ-ລັດ ແຕ່ລະຂັ້ນຢ່າງໜັກໜ່ວງສົມຄວນ.
ສຳລັບການເຊື່ອຖື, ຮີດຄອງປະເພນີອັນເກົ່າ, ຫລັາຫລັງ ຂອງປະຊາຊົນບັນດາເຜົ່າໃນເຂດນີ້ຍັງໜັກໜ່ວງ, ຄວາມສະເໜີພາບຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມ ຍັງມີໜ້ອຍເພາະເຂົາຍັງບໍ່ເຂົ້າໃຈ; ທຸກໆບ່ອນທີ່ໄດ້ໄປຮອດໄປເຖິງທ່ານປະທານ ກບຜ ໄດ້ຖາມເຖິງຄວາມສຸກທຸກຂອງພໍ່ແມ່ປະຊາຊົນ ທັງໄດ້ໃຫ້ການໂອ້ລົມຊີ້ແຈງຕໍ່ປະຊາຊົນໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ຕໍ່ກັບວຽກງານຊົນເຜົ່າ ແລະ ສາສະໜາ ໃນໄລຍະໃໝ່, ເຜີຍແຜ່ບາງເນື້ອໃນຈິດໃຈທີ່ສໍາຄັນຂອງນິຕິກໍາທີ່ພົວພັນເຖິງວັດທະນະທໍາ-ຮີດຄອງປະເພນີ ເປັນຕົ້ນແມ່ນບາງມາດຕາຂອງລັດຖະທໍາມະນູນ, ກົດໝາຍຄອບຄົວ, ເຜີຍແຜ່ດໍາລັດ 315/ລບ ວ່າດ້ວຍການປົກປ້ອງ ແລະ ຄຸ້ມຄອງການເຄື່ອນໄຫວສາສະໜາໃຫ້ປະຊາຊົນເຂົ້າໃຈຕື່ມ; ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຊົນເຜົ່າຈົງເຊີດຊູນໍ້າໃຈສາມັກຄີຮັກແພງຊ່ວຍເຫລືອເຊິ່ງກັນ ແລະ ກັນ ພ້ອມກັນສູ້ຊົນເພື່ອພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆໄປຕາມແນວທາງນະໂຍບາຍທີ່ພັກ-ລັດວາງອອກ ແລະ ດ້ວຍຈິດໃຈທີ່ເປັນຫ່ວງເປັນໃຍຕໍ່ຊິວິດສຸຂະພາບຂອງພໍ່ແມ່ປະຊາຊົນລາວບັນດາເຜົ່າ; ໃນການເຄື່ອນໄຫວຄັ້ງນີ້ຍັງໄດ້ມີທີມແພດໝໍລົງໄປໃຫ້ບໍລິການກວດສຸຂະພາບໂດຍບໍ່ເສຍຄ່າ ແລະ ແຈກຢາຍຢາປົວພະຍາດຈໍານວນໜຶ່ງໃຫ້ປະຊາຊົນ ໃນແຕ່ລະຈຸດທີ່ໄດ້ລົງຢ້ຽມຢາມອີກດ້ວຍ.
ພາຍຫລັງສໍາເລັດການລົງຢ້ຽມຢາມປະຊາຊົນແລ້ວ, ຄະນະໄດ້ເຮັດວຽກຮ່ວມກັບຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ແລະ ແຂວງ ເພື່ອແຈ້ງຜົນຂອງການລົງຕິດຕາມກວດກາ; ໃນໂອກາດດັ່ງກ່າວ, ທ່ານປະທານ ກບຜ ໄດ້ປຶກສາຫາລືຕໍ່ບັນຫາຕ່າງໆທີ່ປະຊາຊົນໄດ້ສະເໜີພ້ອມກັນຊອກຫາວິທີແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານພັດທະນາຊົນເຜົ່າໃນເຂດຊົນນະບົດ ແລະ ການແກ້ໄຂບັນຫາສາສະໜາມີຜົນສໍາເລັດເປັນກ້າວໆໃນຕໍ່ໄປ.