
30/09/2019 00:00 -
(ສພຊ) ວັນທີ 20 ກັນຍາຜ່ານມາ, ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ ຫລັກ 6 ນະຄອນຫລວງວຽງຈັນ, ເພື່ອເປັນການຊ່ວຍເຫລືອ ແລະ ບັນເທົາທຸກ ໃຫ້ແກ່ປະຊາຊົນຜູ້ປະສົບອຸທົກກະໄພທີ່ແຂວງພາກກາງ ແລະ ພາກໃຕ້; ທ່ານ ບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ໄດ້ມອບເຂົ້າສານຈຳນວນ 2 ໂຕນ ໃຫ້ແກ່ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 14 ແຂວງສາລະວັນ ຕາງໜ້າກ່າວຮັບໂດຍທ່ານ ຄຳເຫລັກ ອິນດາວົງ ປະທານສະພາປະຊາຊົນແຂວງສາລະວັນ.
ກ່ອນໜ້ານີ້ ໃນວັນທີ 19 ກັນຍາ 2019, ທ່ານ ນາງ ປິ່ງຄຳ ລາຊະສິມມາ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ພ້ອມດ້ວຍສາມອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກພັກ-ພະນັກງານພາຍໃນກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ມອບເຄື່ອງຊ່ວຍເຫລືອ ແລະ ບັນເທົາທຸກ ໃຫ້ແກ່ປະຊາຊົນຜູ້ປະສົບອຸທົກກະໄພທີ່ແຂວງພາກກາງ ແລະ ພາກໃຕ້ ໃຫ້ແກ່ ສສຊ ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ເຊິ່ງທ່ານໄດ້ກ່າວວ່າ: ເພື່ອເປັນການຊ່ວຍເຫລືອ ແລະ ແບ່ງເບົາຜູ້ປະສົບອຸທົກກະໄພທາງ 6 ແຂວງພາກກາງ ແລະ ພາກໃຕ້ ໂດຍຜ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ນຳໄປມອບໃຫ້ແກ່ຜູ້ປະສົບອຸທົກກະໄພ; ຕາງໜ້າກ່າວຮັບໂດຍທ່ານ ສຸບັນ ສະວະບຸດ ຮອງເລຂາທິການສະພາແຫ່ງຊາດ, ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ເຊິ່ງທ່ານໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມຮູ້ບຸນຄຸນ ພ້ອມທັງຈະນຳເອົາເຄື່ອງຊ່ວຍເຫລືອດັ່ງກ່າວ ໄປຮອດໄປເຖິງຜູ້ປະສົບໄພຢ່າງແນ່ນອນ.
(ນາງ ອາລິນ ສຸພິມມະປະດິດ)