
07/03/2018 00:00 -
(ສພຊ) ເນື່ອງໃນໂອກາດສະເຫລີມສະຫລອງວັນແມ່ຍິງສາກົນ (8/3/1910-8/3/2018) ຄົບຮອບ 108 ປີ ທ່ານ ນາງ ທັດສະດາພອນ ແສງສຸລິຍາ ປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ ໄດ້ສໍາພາດຈາກສື່ມວນຊົນວ່າ: ຄືດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າ ວັນທີ 8 ມີນາ ແມ່ນວັນແມ່ຍິງສາກົນ ເຊິ່ງເປັນວັນທີ່ແມ່ຍິງທົ່ວໂລກ ພ້ອມກັນສ້າງຂະບວນການສະເຫລີມສະ ຫລອງວັນແຫ່ງຄວາມສໍາເລັດໃນການຕໍ່ສູ້ເພື່ອສິດເສລີພາບແລະໄດ້ກາຍເປັນວັນແຫ່ງໄຊຊະນະຂອງແມ່ຍິງໃນທົ່ວໂລກນັບແຕ່ອະດີດຮອດປະຈຸບັນ ເວົ້າລວມ, ເວົ້າສະເພາະ ແມ່ຍິງລາວ ໄດ້ພ້ອມສ້າງຂະບວນການສະເຫີມສະຫລອງ ແລະ ລະນຶກເຖິງມູນເຊື້ອໃນວັນອັນສໍາ ຄັນດັ່ງກ່າວ
ໃນຖານະທີ່ເປັນ ສສຊ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດອໍານາດແຫ່ງລັດ, ເປັນອົງການນິຕິບັນຍັດ ປະຕິບັດພາລະບົດບາດ ຮັບຮອງເອົາລັດຖະທໍາມະນູນ ແລະ ກົດຫມາຍ, ຕົກລົງບັນຫາພື້ນຖານຂອງປະເທດຊາດ ແລະ ຕິດ ຕາມກວດກາການເຄົາລົບແລະປະຕິບັດລັດຖະທໍາມະນູນແລະກົດຫມາຍຂອງບັນດາອົງການລັດ.
ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ປະຊາຊົນລາວພາຍໃຕ້ການນໍາພາຂອງພັກປະ ຊາຊົນປະຕິວັດລາວ ໄດ້ພ້ອມກັນປະຕິບັດ ສອງຫນ້າທີ່ຍຸດທະສາດຄືປົກປັກຮັກສາແລະສ້າງສາປະເທດຊາດ ໂດຍສະເພາະແມ່ນການດໍາເນີນພາລະກິດປຽນແປງໃໝ່ຢ່າງຮອບດ້ານແລະມີຫລັກການ ເພື່ອຂຸດຄົ້ນແລະເສີມຂະຫຍາຍກໍາລັງແຮງຂອງຊາດແລະຍຸກສະໄໝ ເຂົ້າໃນການສືບຕໍ່ແລະບູລະນະລະບອບປະຊາທິປະໄຕປະຊາຊົນ,ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ,ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງ ຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ, ສ້າງປະຖົມປັດໃຈກ້າວຂຶ້ນສູ່ສັງຄົມນິຍົມ.
ນັບແຕ່ມື້ນັ້ນມາ ສະພາປະຊາຊົນສູງສຸດຊຸດທີ I ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 2 ທັນວາ 1975 ໃນກອງປະຊຸມຜູ້ແທນທົ່ວປະເທດໄດ້ແຕ່ງຕັ້ງຜູ້ແທນປະຊາຊົນ ຈໍານວນ 45 ທ່ານ, ໃນນັ້ນມີແມ່ຍິງ 4 ທ່ານ ກວມເອົາ 8,8 % ໝາຍວ່າສະພາປະຊາຊົນສູງສຸດຊຸດທີ I ນີ້ ໄດ້ກໍາເນີດເກີດຂຶ້ນໃນປະເທດຊາດຫາກໍ່ໄດ້ຮັບການປົດປ່ອຍ ,
- ສະພາປະຊາຊົນສູງສຸດຊຸດທີ 2 ໄດ້ຮັບການເລືອກຕັ້ງທັງຫມົດຈໍານວນ: 79 ທ່ານ ຍິງ 5 ທ່ານເທົ່າກັບ 6,3 ເບີເຊັນ;
- ສະພາແຫ່ງຊາດຊຸດທີ 3ໄດ້ຮັບການເລືອກຕັ້ງທັງຫມົດຈໍານວນ: 85 ທ່ານ ຍິງ 8 ທ່ານ ເທົ່າກັບ 9,4 ເບີເຊັນ;
- ສະພາແຫ່ງຊາດຊຸດທີ 4ໄດ້ຮັບການເລືອກຕັ້ງທັງຫມົດຈໍານວນ: 99 ທ່ານ ຍິງ 21 ທ່ານ ເທົ່າກັບ 21,2ເບີເຊັນ;
- ສະພາແຫ່ງຊາດຊຸດທີ 5ໄດ້ຮັບການເລືອກຕັ້ງທັງຫມົດຈໍານວນ: 109 ທ່ານ ຍິງ 25 ທ່ານ ເທົ່າກັບ 23 ເບີເຊັນ;
- ສະພາແຫ່ງຊາດຊຸດທີ 6ໄດ້ຮັບການເລືອກຕັ້ງທັງຫມົດຈໍານວນ: 115 ທ່ານ ຍິງ 29 ທ່ານ ເທົ່າກັບ 25,2ເບີເຊັນ;
- ສະພາແຫ່ງຊາດຊຸດທີ 7ໄດ້ຮັບການເລືອກຕັ້ງທັງຫມົດຈໍານວນ: 132 ທ່ານ ຍິງ 33 ທ່ານ ເທົ່າກັບ 25 ເບີເຊັນ;
- ສະພາແຫ່ງຊາດຊຸດທີ 8ໄດ້ຮັບການເລືອກຕັ້ງທັງຫມົດຈໍານວນ: 149 ທ່ານ ຍິງ 41 ທ່ານ ເທົ່າກັບ 27,5 ເບີເຊັນ;
ຜ່ານຂະບວນການເລືອກຕັ້ງສະມາຊິກສະພາແຫ່ງຊາດໃນແຕ່ລະຊຸດ ໄດ້ມີຈໍານວນຕົວເລກຂອງສະມາຊິກສະພາແຫ່ງຊາດເພດຍິງ ເພີ່ມຂຶ້ນໃນແຕ່ລະຊຸດ ໃນວັນທີ 24 ກຸມພາ 2002 ໄດ້ມີການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸຸດທີ V ໂດຍອີງໃສ່ທິດທາງການເຄື່ອນໄຫວຂອງສະພາແຫ່ງຊາດຊຸດທີ V ວ່າດ້ວຍການສືບຕໍ່ປັບປຸງຄວາມສາມາດຂອງສະມາຊິກສະພາແຫ່ງຊາດເພດຍິງ ທັງນີ້ກໍເພື່ອຍົກລະດັບຄວາມກ້າວໜ້າຂອງແມ່ຍິງລາວບັນດາເຜົ່າໃຫ້ນັບມື້ນັບຫຼາຍຂຶ້ນໃນທຸກດ້ານ, ໃນຂົງເຂດການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ ໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະ ພາບສູງຂຶ້ນເປັນລໍາດັບ ດັ່ງນັ້ນ, ໃນປີ 2002 ຕົ້ນສະໄໝຂອງສະພາແຫ່ງຊາດ ຊຸດທີ V ພາຍໃຕ້ຄວາມຄິດລິເລີ່ມ ແລະ ຊີ້ນໍາຂອງທ່ານ ນາງ ປານີ ຢາທໍ່ຕູ້ ເຊິ່ງເວລານັ້ນເປັນຮອງປະທານສະພາແຫ່ງຊາດ ຄະນະສະມາຊິກສະພາແຫ່ງຊາດເພດຍິງໄດ້ສ້າງຕັ້ງຂຶ້ນ. ມາໃນທ້າຍສະໄໝສະພາແຫ່ງຊາດ ຊຸດທີ VI ໄດ້ມີການປັບປຸງກົດໝາຍວ່າດ້ວຍ ສະພາແຫ່ງຊາດ ແລະຖືກຮັບຮອງ, ປະກາດໃຊ້ໃນວັນທີ 15 ທັນວາ 2010 ໄດ້ລະບຸສະຖານະພາບຄະນະສະມາຊິກສະພາແຫ່ງຊາດເພດຍິງ ເຂົ້າໃນກົດ ໝາຍ ນັບແຕ່ສະພາແຫ່ງຊາດ ຊຸດທີ VII, ຊຸດທີ VIII.
ໃນຖານະຄະນະສະມາຊິກສະພາແຫ່ງຊາດເພດຍິງ ແມ່ນກົງຈັກໜຶ່ງຂອງຄະນະປະຈໍາສະພາແຫ່ງຊາດ, ປະຕິບັດພາລະບົດບາດເປັນເສນາທິການໃຫ້ຄະນະປະຈໍາສະພາແຫ່ງຊາດ, ຕິດຕາມກວດ ກາ, ການປະຕິບັດກົດໝາຍ, ແຜນຍຸດທະສາດ ແລະນະໂຍບາຍກ່ຽວກັບການເຊື່ອມທັດສະນະບົດ ບາດຍິງ-ຊາຍ, ສິດສະເໝີພາບຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ວຽກງານປົກປ້ອງພັດທະນາແມ່ ແລະ ເດັກ ແລະ ຊຸກຍູ້ການປະຕິບັດສັນຍາສາກົນ ແລະ ສົນທິສັນຍາກ່ຽວກັບແມ່ຍິງ. ຄະນະສະມາຊິກສະພາແຫ່ງຊາດເພດຍິງ ໄດ້ເຄື່ອນໄຫວຕາມ 4 ພາລະບົດບາດຂອງສະພາແຫ່ງຊາດຄື: ເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ບົດບາດນິຕິບັນຍັດ, ຕົກລົງບັນຫາພື້ນຖານສໍາຄັນຂອງຊາດ, ຕິດຕາມກວດກາ. ສະມາຊິກສະພາເພດຍິງໄດ້ປະກອບສ່ວນຢ່າງຕັ້ງໜ້າຄຽງ ບ່າຄຽງໄລ່ຮ່ວມກັບສະມາຊິກສະພາເພດຊາຍ.
ພິເສດຄະນະສະມາຊິກສະພາແຫ່ງຊາດເພດຍິງ ຊຸດທີ VIII ໄດ້ເຄື່ອນໄຫວຕາມ 3 ພາລະບົດບາດທີ່ລະບຸໄວ້ໃນກົດໝາຍຂອງສະພາແຫ່ງຊາດ ຄື: ບົດບາດນິຕິບັນຍັດ, ຕົກລົງບັນຫາພື້ນ ຖານສໍາຄັນຂອງຊາດ, ຕິດຕາມກວດກາ ພ້ອມກັນນັ້ນ, ໃນແຕ່ລະປີໄດ້ຈັດກອງປະຊຸມຄົບຄະນະສະ ມາຊິກສະພາແຫ່ງຊາດເພດຍິງ. ນອກນັ້ນ ໄດ້ຈັດສໍາມະນາສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະ ພາແຫ່ງຊາດເພດຍິງ ແລະສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງ ແລະໄດ້ເຂົ້າຮ່ວມກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນໄອປາ (ໄວປາ), ກອງປະຊຸມອົງການສະຫະພັນລັດຖະສະພາສາກົນ (IPU) ແລະກອງປະຊຸມສະມັດຊາລັດຖະສະ ພາບັນດາປະເທດທີ່ໃຊ້ພາສາຝຣັ່ງ (ຝຣັ່ງໂກໂຟນີ IPF). ເພື່ອເຮັດສໍາເລັດໜ້າທີ່ທີ່ຂັ້ນເທິ່ງມອບໝາຍໃຫ້ ຄະນະສະມາຊິກສະພາແຫ່ງຊາດເພດຍິງ ໄດ້ວາງວິໄສທັດຮອດປີ 2030, ຍຸດທະສາດແຕ່ປີ 2016-2025 ແລະແຜນການ 5 ປີຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ສະພາແຫ່ງຊາດ ຊຸດທີ VIII (2016-2020) ແລະທິດທາງແຜນການ ປີ 2017.
ເພື່ອເຮັດສໍາເລັດໜ້າທີ່ທີ່ຂັ້ນເທິງມອບໝາຍໃຫ້ນັ້ນ ໂດຍປະຕິບັດຕາມມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 0126/ຄປຈ, ລົງວັນທີ 11 ກັນຍາ 2016 ກ່ຽວກັບການຈັດຕັ້ງ ແລະການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ ແລະມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 013/ຄປຈ, ລົງວັນທີ 02 ກຸມພາ 2017 ວ່າດ້ວຍກົນໄກການປະສານງານ ແລະການພົວພັນກັບພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະທ້ອງຖິ່ນ. ສະມາຊິກສະພາແຫ່ງຊາດເພດຍິງ ແລະສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງ ທີ່ປະຈໍາຢູ່ສູນກາງ ແລະເຂດເລືອກຕັ້ງ ໄດ້ປະກອບສ່ວນປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ແລະສະພາປະຊາຊົນຂັ້ນແ, ນິຕິກຳລຸ່ມກົດໝາຍ ທີ່ນໍາເຂົ້າມາຜ່ານໃນກອງປະຊຸມສະໄໝສາມັນ ຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ໃນແຕ່ລະຄັ້ງ ປະຈຸບັນມີຈໍານວນ 125 ສະບັບ ແລະນິຕິກຳລຸ່ມກົດໝາຍຫຼາຍສະບັບ ທີ່ພົວພັນເຖິງການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ໃນນັ້ນ ກົດໝາຍທີ່ພົວພັນໂດຍກົງຕໍ່ແມ່ຍິງ ແລະເດັກນ້ອຍນັ້ນ ປະກອບມີ: ກົດໝາຍວ່າດ້ວຍການພັດທະນາ ແລະປົກປ້ອງແມ່ຍິງ, ກົດໝາຍວ່າດ້ວຍການຕ້ານ ແລະການສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກ …..ແລະມີຫຼາຍກົດໝາຍທີ່ພົວພັນເຖິງການປົກປ້ອງ, ການສົ່ງເສີມ ແລະການພັດທະນາແມ່ຍິງ ແລະເດັກ.
- ພາລະບົດບາດຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະເພດຍິງໄດ້ປະກອບສ່ວນໃນການປະກອບຄໍາຄິດຄໍາເຫັນ, ພິຈາລະນາເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ແມ່ນພັດທະນາເສດຖະກິດ-ສັງຄົມ.
- ພາລະບົດບາດຕິດຕາມກວດກາ ແມ່ນມີຄວາມສໍາຄັນຫຼາຍ ນອກຈາກສະມາຊິກສະພາແຫ່ງຊາດເພດຍິງ ໄດ້ເຂົ້າຮ່ວມຮັບຟັງການລາຍງານຂອງລັດຖະບານ, ອົງການຕຸລາການ ແລະພາກສ່ວນທີ່ກ່ຽວຂ້ອງ ທີ່ນໍາເຂົ້າມາຜ່ານໃນກອງປະຊຸມສະພາແຫ່ງຊາດແລ້ວ ແລະສະມາຊິກສະພາແຫ່ງຊາດເພດຍິງ ແລະໜ່ວຍສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງ ໄດ້ປະຕິບັດບົດບາດຕິດຕາມກວດກາ ໂດຍຜ່ານການລົງພົບປະຜູ້ມີສິດເລືອກຕັ້ງ; ຜ່ານການເຂົ້າພົບສະມາຊິກສະພາແຫ່ງຊາດເພດຍິງໂດຍກົງ ແລະຜ່ານການນໍາສະເໜີຄໍາຮ້ອງຂໍຄວາມເປັນທໍາຈາກແມ່ຍິງລາວບັນດາເຜົ່າ ແລະປະຊາຊົນຜູ້ມີສິດເລືອກຕັ້ງ.
ນອກນັ້ນ ໂດຍເລັ່ງໃສ່ຕິດຕາມກວດກາເປົ້າໝາຍທີ 05 ທີ່ລະບຸໄວ້ໃນເປົ້າໝາຍການພັດທະນາແບບຍືນຍົງ “ມີຄວາມສະເໝີພາບຍິງ-ຊາຍ” ຊຶ່ງມີ 6 ເນື້ອໃນຄື:
1. ລຶບລ້າງທຸກຮູບການຂອງການຈໍາແນກຕໍ່ແມ່ຍິງ ແລະເດັກຍິງ ຢູ່ທົ່ວທຸກແຫ່ງ;
2. ກໍາຈັດທຸກຮູບແບບຂອງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກຍິງ ໃນເຂດສາທາ ລະນະ ແລະເຂດສ່ວນບຸກຄົນ ລວມທັງການຄ້າມະນຸດ ແລະການຂູດຮີດທາງເພດ ແລະຮູບແບບອື່ນໆ;
3. ກໍາຈັດທຸກການກະທໍາທີ່ເປັນອັນຕະລາຍເຊັ່ນ: ການແຕ່ງງານຂອງເດັກ, ການແຕ່ງງານກ່ອນໄວ ແລະການບັງຄັບໃຫ້ແຕ່ງງານ;
4. ຮັບຮູ້ ແລະໃຫ້ຄຸນຄ່າການດູແລເອົາໃຈໃສ່ ແລະວຽກໃນຄອບຄົວ ທີ່ບໍ່ໄດ້ຮັບຄ່າຈ້າງ ໂດຍການຕອບສະໜອງທາງບໍລິການດ້ານສັງຄົມ, ພື້ນຖານໂຄງລ່າງ ແລະນະໂຍບາຍການປົກປ້ອງດ້ານສັງຄົມ ກໍຄື ສົ່ງເສີມໃຫ້ມີຄວາມຮັບຜິດຊອບຮ່ວມກັນພາຍໃນຄອບຄົວ;
5. ຮັບປະກັນໃຫ້ແມ່ຍິງມີສ່ວນຮ່ວມຢ່າງເຕັມສ່ວນ ແລະມີປະສິດທິຜົນ ແລະໄດ້ຮັບໂອກາດເທົ່າທຽມກັນ ສໍາລັບການເປັນການນໍາລະດັບຕັດສິນໃຈທາງດ້ານການເມືອງ, ເສດ ຖະກິດ ແລະຊີວິດການເປັນຢູ່ໃນສັງຄົມ.
ຢາກປະຕິບັດບັນລຸຕາມຄາດໝາຍຄືແນວນັ້ນ ກ່ອນອື່ນໝົດຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ສະມາຊິກສະພາແຫ່ງຊາດເພດຍິງ, ສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງ ໂດຍການຈັດສໍາມະນາໃນຫົວຂໍ້ຕ່າງໆ ໄດ້ມີການປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ທີ່ສໍາຄັນ ແມ່ນການມີສ່ວນຮ່ວມຂອງທ່ານຊາຍເພື່ອຊ່ວຍໂຄສະນາ, ເຜີຍແຜ່ແນວທາງ, ກົດໝາຍ, ນິຕິກໍາ, ບັນດາສົນທິສັນຍາທີ່ພົວພັນເຖິງການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະເດັກ
ໃນນາມ ຕາງໜ້າໃຫ້ສະມາຊິກສະພາແຫ່ງຊາດເພດຍິງ ແລະສະມາຊິກສະພາປະຊາຊົນເພດຍິງຂັ້ນແຂວງ ຂໍຮຽກຮ້ອງມາຍັງອົງການຈັດຕັ້ງ, ອໍານາດການປົກຄອງທຸກຂັ້ນມີສ່ວນຮ່ວມໃນການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ຊຶ່ງເຮັດໃຫ້ແມ່ຍິງທີ່ມີຈໍານວນຕົວເລກກວມເກືອບເຄິ່ງໜຶ່ງຂອງພົນລະເມືອງລາວໃນທົ່ວປະເທດ ໃຫ້ສາມາດປະກອບສ່ວນນໍາໃຊ້ສະຕິປັນຍາ, ເຫື່ອແຮງ ແລະມູນເຊື້ອທີ່ດີຂອງແມ່ຍິງລາວ ທີ່ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ 7 ໄດ້ຮັບຮອງເອົາຄໍາຂວັນ ແລະຂໍ້ແຂ່ງຂັນ 3 ດີຂອງສະຫະພັນແມ່ຍິງລາວ “ພົນລະເມືອງດີ, ພັດທະນາດີ ແລະສ້າງຄອບຄົວດີ" ເຂົ້າໃນການສ້າງສາ ແລະພັດທະນາປະເທດຊາດຂອງພວກເຮົາ.
ໃນວາລະທ້າຍນີ້, ຂ້າພະເຈົ້າ ຂໍຂອບໃຈນໍາບັນດາທ່ານການນໍາຂອງສະພາແຫ່ງຊາດທີ່ໄດ້ໃຫ້ການສະໜັບສະໜູນສ້າງເງື່ອນໄຂໃຫ້ແກ່ສະມາຊິກສະພາແຫ່ງຊາດເພດຍິງ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນໄດ້ຮັບຜົນສໍາເລັດຕະຫຼອດມາ.
ຂໍຂອບໃຈນໍາສື່ມວນຊົນ ທີ່ໄດ້ລົງມາສໍາພາດຄະນະສະມາຊິກສະພາແຫ່ງຊາດເພດຍິງໃນຄັ້ງນີ້.
ອີກເທື່ອໜຶ່ງຂໍອວຍພອນໄຊອັນປະເສີດໃຫ້ບັນດາທ່ານຜູ້ນໍາພັກ-ລັດ, ອະດີດການນໍາສະຫະ ພັນແມ່ຍິງລາວ, ແມ່ຍິງລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ມີສຸຂະພາບພະລານາໄມທີ່ສົມບູນ ເຂັ້ມແຂງ ພ້ອມກັນປະກອບສ່ວນສ້າງຂະບວນການສະເຫຼີມສະຫຼອງ ເພື່ອຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 108 ປີ ໃຫ້ມີຂະບວນການຟົດຟື້ນ ແລະ ມ່ວນຊື່ນ.
(ສົມນຶກ ແກ້ວໄຊຍະຈັກ)