
07/03/2018 00:00 -
(ສພຊ) ຕອນເຊົ້າວັນພຸດທີ 7 ກຸມພາ 2018 ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ (ຫລັກ6) ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມສະຫລຸບການເຄື່ອນໄຫວວຽກງານປະຈຳປີ 2017 ແລະ ທິດທາງແຜນການປີ 2018 ຂອງກຳມາທິການແຜນການ ການເງິນ ແລະ ການກວດສອບ (ກຜງສ) ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄຳ ປະທານກຳມາທິການ ກຜງສ; ມີທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ; ປະທານ-ຮອງປະທານກຳມາທິການ, ຕາງໜ້າຄະນະເລຂາທິການ, ຄະນະຮັບຜິດຊອບວຽກງານເຂດເລືອກຕັ້ງ, ຄະນະສະມາຊິກສະພາແຫ່ງຊາດເພດຍິງ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ສູນສະຖິຕິແຫ່ງຊາດ, ທະນາຄານແຫ່ງ ສປປລາວ, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ແມ່ນເພື່ອສະຫຼຸບຕີລາຄາຜົນການເຄື່ອນໄຫວວຽກງານໃນປີຜ່ານມາ ແລະ ວາງທິດທາງແຜນການປີໃນຕໍ່ໜ້າ; ທັງເປັນການປະເມີນຜົນການປະຕິບັດວຽກງານ ໃນການເປັນເສນາທິການໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ, ການສົມທົບ ແລະ ປະຕິບັດໜ້າທີ່ດ້ານວິຊາສະເພາະ ກັບບັນດາກໍາມາທິການ, ຄະນະກໍາມະການເສດຖະກິດ ແຜນການ ແລະ ການເງິນ ສະພາປະຊາຊົນຂັ້ນແຂວງ ຕາມຂອບເຂດສິດ ແລະ ໜ້າທີ່ ທີ່ໄດ້ກໍານົດໄວ້ໃນກົດໝາຍ ເປັນຕົ້ນແມ່ນການພົວພັນປະສານງານ ກັບກະຊວງ-ອົງການທີ່ກ່ຽວຂ້ອງ ຂອງລັດຖະບານ ເພື່ອຄົ້ນຄວ້າປະກອບຄໍາເຫັນໃສ່ບັນຫາສໍາຄັນຕ່າງໆ ທີ່ນໍາເຂົ້າພິຈາລະນາໃນກອງປະຊຸມຄະນະປະຈໍາ ແລະ ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫລຸບຕີລາຄາການເຄື່ອນໄຫວວຽກງານຂອງ ກຜງສ ປະຈຳປີ 2017 ແລະ ທິດທາງແຜນການປີ 2018 ເຊິ່ງໃນປີຜ່ານມາ ກຜງສ ສາມາດສ້າງ ແລະ ປັບປຸງກົດໝາຍໄດ້ 4 ສະບັບ; ຜັນຂະຫຍາຍເປັນນິຕິກຳລຸ່ມກົດໝາຍໄດ້ 62 ມາດຕາ ໃນຈຳນວນກົດໝາຍ 21 ສະບັບ 116 ມາດຕາ; ການລົງທຶນ ແລະ ຈັດສັດສ່ວນການລົງທຶນຂອງລັດເຂົ້າໃສ່ການແກ້ໄຂໂຄງການໜີ້ສິນທີ່ສຳເລັດແລ້ວ 100% ໃນອັດຕາສ່ວນ 40% ຈັດສັນໃຫ້ໂຄງການວືບຕໍ່ 35%, ຈັດສັນໃຫ້ໂຄງການສະເໜີໃໝ່, ໂຄງການສົມທົບທຶນກັບຕ່າງປະເທດອັດຕາສ່ວນ 15% ແລະ ໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ 10% ຂອງມູນຄ່າລວມທົ່ວປະເທດ( ສຳລັບປີ 2018); ຄົ້ນຄວ້າໜັງສືສະເໜີຂອງລັດຖະບານທີ່ພົວພັນກັບການນຳໃຊ້ງົບປະມານຂອງລັດເຂົ້າໃນການໂຄງການພັດທະນາພື້ນຖານໂຄງລ່າງຕ່າງໆ ເປັນຕົ້ນແມ່ນການອະນຸມັດໃຫ້ດັດແກ້ມູນຄ່າລວມຂອງໂຄງການກໍ່ສ້າງທາງປູຢາງກາສີ-ທົ່ງເມືອດ, ການອອກພັນທະບັດເພື່ອຊຳລະໜີ້ໂຄງການລົງທຶນຂອງລັດ, ການອວ່າຍທຶນສົມທົບເສັ້ນທາງກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ການອະນຸຍາດເກັບອາກອນກຳໄລ ໃນອັດຕາ 1% ຂອງມູນຄ່າຮັບເໝົາກໍ່ສ້າງໂຄງການສາຍສົ່ງ-ສະຖານີໄຟຟ້າ ແລະ ເຂື່ອນໄຟຟ້າ, ການຂໍນຳໃຊ້ເງິນເກີນແຜນ, ເງິນຍອດເຫລືອງົບປະມານທາງດ້ານການບັນຊີ ປະຈຳສົກປີ 2015-2016 ແລະ 3 ເດືອນຂ້າມຜ່ານທ້າຍປີ 2016 ລາຍຮັບວິຊາການປີ 2017; ຄົ້ນຄວ້າຄຳສະເໜີ ແລະ ຄຳຮ້ອງຂໍຄວາມເປັນທຳຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ຈຳນວນ 36 ສະບັບ (ວຽກແຜນການ ແລະ ການລົງທຶນ 22 ສະບັບ, ວຽກການເງິນ 9 ສະບັບ ແລະ ວຽກທະນາຄານ 5 ສະບັບ) ໃນນີ້ ໄດ້ຄົ້ນຄວ້າສຳເລັດແລ້ວ.
ພ້ອມກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ປະກອບຄຳຄິດຄຳເຫັນຕໍ່ບົດສະຫລຸບປະຈຳປີ ແລະ ທິດທາງແຜນການຂອງ ກຜງສ; ຮັບຟັງການນຳສະເໜີບົດຮຽນຄວາມຮູ້ພື້ນຖານກ່ຽວກັບການຄິດໄລ່ GDP ຂອງ ສປປລາວ ຈາກຜູ້ຕາງໜ້າສູນສະຖິຕິແຫ່ງຊາດ; ພ້ອມທັງ, ມີການເຊັນບົດບັນທຶກກ່ຽວກັບ ກົນໄກການປະສານງານ ລະຫວ່າງ ກຜງສ ກັບກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ອົງການກວດກາລັດຖະບານ, ອົງການກວດສອບແຫ່ງລັດ ແລະ ທະນາຄານແຫ່ງ ສປປລາວ.
ໂອກາດດຽວກັນນີ້, ທ່ານຮອງປະທານສະພາແຫ່ງຊາດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ ກຜງສ ແລະ ບັນດາອົງການຕ່າງໆທີ່ກ່ຽວຂ້ອງ ສາມາດຍາດມາໄດ້ໃນປີຜ່ານມາ; ພ້ອມທັງ, ເນັ້ນໜັກໃຫ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດານິຕິກຳ, ນິຕິບັນຍັດຂອງກຳມາທິການ ເຊິ່ງພົວພັນເຖິງບັນດາອົງການ ແລະ ກະຊວງຕ່າງໆ ໃນການດຳເນີນການສ້າງກົດໝາຍ ແລະ ການຜັນຂະຫຍາຍໃຫ້ເປັນນິຕິກຳລຸ່ມກົດໝາຍ; ສືບຕໍ່ເອົາໃຈໃສ່ໃນການຄົ້ນຄວ້າ ແລະ ຕົກລົງບັນຫາສຳຄັນຂອງຊາດ ໂດຍມີການປະສານສົມທົບກັບຂະແໜງການ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ; ເອົາໃຈໃສ່ຕິດຕາມການປະຕິບັດມະຕິຕົກລົງຂອງສະພາແຫ່ງຊາດ ແລະ ມະຕິຕົກລົງຂອງກອງປະຊຸມຮ່ວມ ລະຫວ່າງຄະນະລັດຖະບານກັບສະພາແຫ່ງຊາດ; ເອົາໃຈໃສ່ປະສານງານ ແລະ ປະສານສົມທົບ ກັບກະຊວງ, ອົງການຂອງລັດຖະບານ ແລະ ບັນດາກຳມາທິການພາຍໃນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ; ປັບປຸງແບບແຜນວິທີເຮັດວຽກ ແລະ ການນຳພາການເຄື່ອນໄຫວວຽກງານຂອງກຳມາທິການ ເພື່ອສ້າງຂີດຄວາມສາມາດໃຫ້ແກ່ການສ້າງ ແລະ ປັບປຸງກົດໝາຍ.
(ນາງ ອາລິນ ສຸພິມມະປະດິດ)