
07/03/2018 00:00 -
(ສພຊ) ວັນພຸດທີ 17 ມັງກອນ 2018 ທີ່ສະພາແຫ່ງຊາດ, ທ່ານ ສົມພູ ດວງສະຫວັນ ປະທານກຳມາທິການວັດທະນະທຳ-ສັງຄົມ (ກວທສ) ສະພາແຫ່ງຊາດ, ປະທານຄະນະມິດຕະພາບລັດຖະສະພາລາວ-ສ.ເກົາຫລີ ໄດ້ພົບປະເຮັດວຽກກັບຄະນະຜູ້ແທນຂອງສະພາແຫ່ງຊາດ ສ.ເກົາຫລີ ນຳໂດຍທ່ານ ລີ ຈູ ຢົງ (Lee ju-young) ສະມະຊິກສະພາແຫ່ງຊາດ ສ.ເກົາຫລີ, ປະທານຄະນະກຳມະການຈັດງານຊຸມນຸມລູກເສືອໂລກຄັ້ງທີ 25 ຂອງສະມາຄົມລູກເສືອເກົາຫລີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປລາວ ເພື່ອເສີມສ້າງສາຍພົວພັນ ແລະ ເພີ່ມທະວີການຮ່ວມມືຂອງສອງອົງການນິຕິບັນຍັດລາວ-ສ.ເກົາຫລີ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການຊຸກຍູ້ການຮ່ວມມືສອງຝ່າຍ ໃນຂະແໜງການຕ່າງໆໃຫ້ມີບັນຍາກາດທີ່ດີຂຶ້ນເລື້ອຍໆ.
ການພົບປະຄັ້ງນີ້, ທັງສອງຝ່າຍໄດ້ແຈ້ງສະພາບການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນຂອງຕົນໃຫ້ແກ່ກັນ ແລະ ກັນຊາບໂດຍສັງເຂບ; ພ້ອມນັ້ນ, ຝ່າຍລາວໄດ້ສະແດງຄວາມຍິນດີຕ້ອນຮັບການຢ້ຽມຢາມ ສປປລາວ ຂອງຄະນະສະມາຄົມລູກເສືອຂອງສະພາ ສ.ເກົາຫລີ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີຮັກແພງມິດຕະພາບລະຫວ່າງ ສປປລາວ ແລະ ສ.ເກົາຫລີ ກໍຄືລະຫວ່າງສອງອົງການນິຕິບັນຍັດ ສປປລາວ ແລະ ສ.ເກົາຫລີ ທັງເປັນການຍົກສູງສາຍພົວພັນຮ່ວມມືລະຫວ່າງສອງປະເທດ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ສປປລາວ ໃນໄລຍະໃໝ່ ເປັນຕົ້ນການລົງທຶນ, ການທ່ອງທ່ຽວ, ການຊ່ວຍເຫລືອໃນດ້ານຕ່າງໆ ພິເສດແມ່ນສະມາຄົມລູກເສືອຂອງ ສ.ເກົາຫລີ ຍັງໄດ້ໃຫ້ການຊ່ວຍເຫລືອຂົງເຂດວຽກງານຕ່າງໆ ເຊັ່ນ: ສາທາລະນະສຸກ, ການສຶກສາ ແລະ ອື່ນໆ ໃນແຂວງວຽງຈັນ. ນອກນັ້ນ, ສອງຝ່າຍຍັງໄດ້ຕີລາຄາວ່າ: ໄລຍະຜ່ານມາການພົວພັນຮ່ວມມືລະຫວ່າງສອງຝ່າຍນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ ສະແດງອອກໃນການແລກປ່ຽນຢ້ຽມຢາມຂອງຄະນະຜູ້ແທນລະດັບຕ່າງໆຂອງສອງປະເທດຢ່າງເປັນປົກກະຕິ.
ໂອກາດດຽວກັນນີ້, ຝ່າຍ ສ.ເກົາຫລີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງໃຫ້ຮູ້ວ່າ: ໃນ ສ.ເກົາລີສະມາຄົມລູກເສືອແມ່ນອົງການໜຶ່ງທີ່ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອສົ່ງເສີມກິດຈະກຳຢູ່ໃນ ສ.ເກົາຫລີ ເຊິ່ງສະມາຊິກໃນອົງການດັ່ງກ່າວ ມີປະມານ 60 ທ່ານໃນຈຳນວນສະມາຊິກສະພາ 300 ກວ່າທ່ານຂອງ ສ.ເກົາຫລີ, ໃນທົ່ວປະເທດມີສະມາຊິກສະມາຄົມລູກເສືອປະມານ 3 ແສນຄົນ; ສຳລັບການຊ່ວຍເຫລືອໃນຂົງເຂດວຽກງານຂອງອາສາສະມັກສະມາຄົມລູກເສືອ ແມ່ນໄດ້ດຳເນີນມາຫລາຍປີແລ້ວ ເຊິ່ງຈະເປັນພາກສ່ວນໜຶ່ງໃນການເສີມຂະຫຍາຍໃຫ້ແກ່ສາຍພົວພັນ ສ.ເກົາຫລີ-ລາວ ທັງເປັນຫລັກຖານໃຫ້ແກ່ສາຍພົວພັນມິດຕະພາບທີ່ດີລະຫວ່າງ ສ.ເກົາຫລີ-ສປປລາວ. ສະມາຄົມລູກເສືອໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1922 ທີ່ປະເທດອັງກິດ ໝາຍຄວາມວ່າໃນປີ 2022 ຈະມີອາຍຸຄົບຮອບ 100 ປີ ແລະ ໃນທຸກໆ 4 ປີ ຈະມີການພົບປະກັນໃນປະເທດໃດປະເທດໜຶ່ງ ເຊິ່ງໃນປີ 2023 ຈະມີພິທີສະເຫລີມສະຫລອງວັນສະມາຄົມລູກເສືອໂລກຄັ້ງທີ 25 ແລະ ພົບປະກັນຢູ່ ສ.ເກົາຫລີ ເຊິ່ງຈະມີສະມາຊິກສະມາຄົມລູກເສືອປະມານ 5 ໝື່ນຄົນຈະມາເຂົ້າຮ່ວມພິທີ; ພ້ອມທັງ, ຫວັງວ່າ ສປປລາວ ຈະເຂົ້າຮ່ວມເປັນສະມາຊິກສະມາຄົມລູກເສືອໃນໂອກາດດັ່ງກ່າວ.
ໂອກາດດັ່ງກ່າວ, ຝ່າຍລາວໄດ້ສະເໜີໃຫ້ສືບຕໍ່ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ, ຂັ້ນມິດຕະພາບ, ຄະນະເລຂາທິການສະພາແຫ່ງຊາດ ເພື່ອແລກປ່ຽນບົດຮຽນນຳກັນຢ່າງເປັນປົກກະຕິ; ພ້ອມທັງຊຸກຍູ້ສົ່ງເສີມການລົງທຶນ ແລະ ການທ່ອງທ່ຽວໃຫ້ມີບັຍຍາກາດທີ່ດີຂຶ້ນໃນແຕ່ລະປີ.
(ນາງ ອາລິນ ສຸພິມມະປະດິດ)