
27/03/2018 00:00 -
(ສພຊ) ວັນທີ 16 ມີນາ 2018, ທີ່ສູນເຝິກອົບຮົມ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມແຜນການເຄື່ອນໄຫວວຽກງານ ຂອງກຳມະບານຮາກຖານ ກຳມາທິການແຜນການ, ການເງິນ ແລະ ການກວດສອບ (ກຜງສ) ປະຈຳປີ 2018 ໂດຍການເປັນປະທານຂອງທ່ານ ທັນຕາ ກອງຜາລີ ຮອງປະທານກຳມາທິການດັ່ງກ່າວ, ເຂົ້າຮ່ວມມີຮອງປະທານສະຫະພັນກຳມະບານສະພາແຫ່ງຊາດ, ຄະນະກຳມະບານຮາກຖານ ກຜງສ, ຫົວໜ້າກົມ ແລະ ພະນັກງານວິຊາການພາຍໃນ ກຜງສ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອຮັບປະກັນໃຫ້ການເປັນເສນາທິການແກ່ໜ່ວຍພັກຮາກຖານກໍາມະບານ ກຜງສ; ຮັບປະ ກັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກຮາກຖານກໍາມະບານແຜນການ, ການເງິນ ແລະ ການກວດສອບ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງສະຫະພັນກໍາມະບານສະພາແຫ່ງຊາດ ໄດ້ຮັບການຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ສະມາຊິກກໍາມະບານຮາກຖານ ກຜງສ ໄດ້ເອົາໃຈໃສ່ການຈັດຕັ້ງຜັນຂະຫຍາຍໃຫ້ມີປະສິດທິຜົນຫລາຍກວ່າເກົ່າ, ໃນນີ້ ສູ້ຊົນເປີດຂະບວນການແຂ່ງຂັນ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນໃຫ້ເປັນຮູບປະທໍາ ປະສານສົມທົບກັບກໍາມະບານຮາກຖານອື່ນ ກໍຄືອົງການຈັດຕັ້ງມະຫາຊົນທັງພາຍໃນ ແລະ ພາຍນອກສະພາແຫ່ງຊາດ ເພື່ອສ້າງຂະບວນການໃນໂອກາດສະເຫລີມສະຫລອງວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ສາກົນ. ພ້ອມນັ້ນ ກໍຄົ້ນຄວ້າຂໍການຕົກລົງຈາກຄະນະພັກຮາກຖານຂອງກໍາມາທິການ ເພື່ອນໍາພາສະມາຊິກອົງການຈັດຕັ້ງມະຫາຊົນໄປທັດສະນະສຶກສາ ຢູ່ທ້ອງຖິ່ນຈໍານວນໜຶ່ງຕາມສະພາບ ແລະ ເງື່ອນໄຂຕົວຈິງ, ເປັນເຈົ້າການເຂົ້າຮ່ວມຂະບວນການເພື່ອສະເຫລີມສະຫລອງວັນສ້າງຕັ້ງສະຫະພັນກໍາມະບານລາວ, ວັນກໍາມະກອນສາກົນ ໃຫ້ຮັບປະກັນໄດ້ທັງດ້ານເນື້ອໃນ ແລະ ຮູບການ, ສະຫລຸບຜົນງານການເຄື່ອນໄຫວຂອງສະມາຊິກໃນໜ່ວຍ ເພື່ອຈັດປະເພດ ແລະ ນໍາສະເໜີຍ້ອງຍໍສະມາຊິກທີ່ມີຜົນງານດີເດັ່ນ ຕໍ່ສະຫະພັນກໍາມະບານສະພາແຫ່ງຊາດ.ໝາຍສູ້ຊົນ ສືບຕໍ່ສຶກສາອົບຮົມ, ໂຄສະນາເຜີບແຜ່ກົດໝາຍ, ນິຕິກໍາ ດ້ວຍຮູບການຕ່າງໆ ໃຫ້ສະມາຊິກກໍາມະບານຮາກຖານ ແຜນການ, ການເງິນ ແລະ ການກວດສອບ; ຕັ້ງໜ້າປະຕິບັດຂໍ້ແຂ່ງຂັນເນື້ອໃນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ໂດຍຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ໃຫ້ເປັນຂະບວນຟົດຟື້ນ; ປັບປຸງກົງຈັກການຈັດຕັ້ງຂອງກໍາມະບານຮາກຖານ ກຜງສ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ມີຄວາມສາມັກຄີ; ເອົາໃຈໃສ່ເກັບເງິນບໍາລຸງໃຫ້ຖືກຕ້ອງຕາມກົດໝາຍ ແລະ ກົດລະ ບຽບກໍາມະບານ, ຈັ້ດຕັ້ງປະຕິບັດວຽກງານຄຸ້ມຄອງ-ນໍາໃຊ້ຄັງເງິນສະຫວັດດີການ ໃຫ້ໄປຕາມລະບຽບການ.ທ່ານຮອງປະທານ ກຜງສ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກໍາມະບານຮາກຖານ ກຜງສ ທີ່ສາມາດຍາດໄດ້ຜົນງານຫລາຍດ້ານ ແລະ ເນັ້ນໃຫ້ມີແຜນການ, ແຜນງານ ປະຕິບັດຕາມລະບຽບການຕ່າງໆ ຂອງກຜງສ ສະພາແຫ່ງຊາດ; ປະຕິບັດຕາມເງື່ອນໄຂ 5 ເປັນເຈົ້າ ແລະ ຕ້ອງໄດ້ເຊື່ອມຊຶມຢ່າງເລິກເຊິ່ງ ໃນການແຕ່ງຕັ້ງໜ່ວຍງານ ເພື່ອໃຫ້ເປັນໄປຕາມທິດຊີ້ນຳຂອງກຳມະບານ ສະພາແຫ່ງຊາດ ເພື່ອປະຕິບັດຕາມຂໍ້ແນະນຳຕ່າງໆຂອງກຳມະບານ, ຜັນຂະຫຍາຍເນື້ອໃນ;ປັນເຈົ້າການໃນການຄຸ້ມຄອງປົກປ້ອງສິດ, ຜົນປະໂຫຍດ ແນວທາງການຕ່າງປະເທດ; ການແຂ່ງຂັນລະຫວ່າງບຸກຄົນ ເພື່ອເປັນບ່ອນວັດແທກໃນກຳມະບານ 5 ເປັນເຈົ້າ ຕາມມາດຕະຖານຂອງກຳມະບານ, ກຳມະບານເປັນອຸດົມການຂອງກຳມະກອນ ເພື່ອໃຫ້ມີຄວາມຮັບຜິດຊອບຕໍ່ວຽກງານ ປົກປ້ອງສິດ ແລະ ຜົນປະໂຫຍດຂອງພະນັກງານ ແລະ ເຝິກຝົນຫລໍ່ຫລອມເຂົາເປັນສະມາຊິກຂອງພັກ; ເຊື່ອມໂຍງເສດຖະກິດມະຫາພາກຕາມແນວທາງຕ່າງປະເທດຂອງພັກ.
(ວິລັດ ສີຫາບຸດ)