
12/04/2018 00:00 -
(ສພຊ) ວັນທີ 5 ເມສາ 2018, ກໍາມາທິການກົດໝາຍ ແລະ ກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ຮ່ວມກັບກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານ ຮ່າງກົດໝາຍວ່າດ້ວຍການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສະບັບປັບປຸງ), ທີ່ຫ້ອງປະຊຸມສູນກາງແນວລາວສ້າງຊາດ ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາປະທານ-ຮອງປະທານກໍາມາທິການ ຂອງສະພາແຫ່ງຊາດ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຜູ້ຕາງໜ້າຈາກຫ້ອງວ່າການປະທານປະເທດ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ລັດຖະກອນ ຈໍານວນໜຶ່ງ ຂອງສະພາແຫ່ງຊາດ ແລະ ກະຊວງຍຸຕິທໍາ.
ຮ່າງກົດໝາຍສະບັບນີ້ ປະກອບມີ XI ພາກ, 7 ໝວດ ແລະ 84 ມາດຕາ. ໃນນັ້ນ, ປັບປຸງ 53 ມາດຕາ, ເພີ່ມໃໝ່ 12 ມາດຕາ ແລະ ຮັກສາເດີມ 19 ມາດຕາ ໂດຍໄດ້ຜ່ານການທາບທາມຕາມຂັ້ນຕອນຂອງການສ້າງ ແລະ ປັບປຸງກົດໝາຍ ແລະ ໄດ້ຜ່ານກອງປະຊຸມລັດຖະບານມາແລ້ວ. ສະນັ້ນ, ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບນີ້ ມີຄວາມຈະແຈ້ງ ແລະ ຄົບຖ້ວນນັ້ນ, ຄະນະປະຈໍາສະພາແຫ່ງຊາດ ຈຶ່ງໄດ້ມອບໃຫ້ກໍາມາທິການກົດໝາຍ ຮ່ວມກັບກໍາມາທິການຍຸຕິທໍາ ກວດກາຮອບດ້ານທາງດ້ານເຕັກນິກ, ຄວາມສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍ, ລວມທັງຄວາມຈໍາເປັນ ແລະ ຄວາມສໍາຄັນຂອງການປັບປຸງກົດໝາຍສະບັບດັ່ງກ່າວ ເພື່ອລາຍງານຄືນໃຫ້ຄະນະປະຈໍາສະພາແຫ່ງຊາດ ພິຈາລະນາເອົາເຂົ້າໃນວາລະກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະຈັດຂຶ້ນໃນມໍ່ໆນີ້.
(ກົມໂຄສະນາ ແລະ ຕີຄວາມໝາຍກົດໝາຍ)