
15/05/2018 00:00 -
(ສພຊ) ວັນທີ 3 ພຶດສະພາ 2018 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ຫລວງພະ ບາງ ໄດ້ຈັດກອງປະຊຸມຕິດຕາມ, ກວດກາ ແລະ ເກັບກໍາຂໍ້ມູນ ຂອງກໍາມາທິການບັນດາເຜົ່າ, ສະພາແຫ່ງຊາດ ໂດຍການເປັນປະທານຮ່ວມຂອງທ່ານ ຄໍາຈັນ ໂສຕາປະເສີດ ຮອງປະທານກໍາມາທິ ການບັນດາເຜົ່າ, ທ່ານ ບຸນສົມ ຄຸນມະນີ ຮອງປະທານ ສພຂ, ມີ ປະທານຄະນະກໍາມະການວັດທະນະ ທໍາ-ສັງຄົມ ແລະ ບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືກຕັ້ງທີ 6, ຫົວໜ້າ-ຮອກງຫົວ ໜ້າພະແນກການຂອງແຂວງ, ແນວລາວສ້າງຊາດ ແລະ 3 ອົງການຈັດຕັ້ງມະຫາຊົນເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການລາຍງານສະພາບຂອງໂຮງຮຽນກິນນອນຊົນເຜົ່າຂອງແຂວງ ຫລວງພະບາງ ຈາກພະແນກສຶກສາທິການ ແລະ ກິລາແຂວງ, ສະພາບທີ່ພົ້ນເດັ່ນ ແລະ ປະກົດການຫຍໍ້ ທໍ້ຕ່າງໆກ່ຽວກັບສາສະໜາ ໃນໄລຍະຜ່ານມາຈາກແນວລາວສ້າງຊາດແຂວງ ແລະ ການລາຍງານກ່ຽວ ກັບການປະສານງານ ລະຫວ່າງສະພາປະຊາຊົນແຂວງ ກັບແນວລາວສ້າງຊາດ ແລະ 3 ອົງການຈັດຕັ້ງ ມະຫາຊົນ; ກອງປະຊຸມໄດ້ມີການປະກອບຄໍາຄິດຄໍາເຫັນ, ຕີລາຄາວຽກງານສາສະໜາ ໃນໄລຍະຜ່ານ ມາ ຢູ່ແຂວງຫລວງພະບາງ; ຫລັງຈາກນັ້ນ ຜູ້ແທນກອງປະຊຸມ ນໍາໂດຍທ່ານ ຄໍາຈັນ ໂສຕາປະເສີດ, ພ້ອມດ້ວຍຄະນະ ໄດ້ລົງໄປຢ້ຽມຢາມ ແລະ ພົບປະຄູອາຈານ-ນ້ອງນັກຮຽນ ຢູ່ໂຮງຮຽນກິນນອນຊົນ ເຜົ່າສວນຫລວງ ຢູ່ທີ່ເມືອງຊຽງເງິນແຂວງຫຼວງພະບາງ;
ໃນພິທີ, ທ່ານອໍານວຍການໂຮງຮຽນດັ່ງກ່າວ ໄດ້ລາຍງານສະພາບການການຄຸ້ມຄອງ, ບໍລິຫານ ແລະ ນະໂຍບາຍດ້ານຕ່າງໆຕໍ່ເດັກນັກຮຽນກິນນອນຊົນເຜົ່າວ່າ: ໂຮງຮຽນກິນນອນຊົນເຜົ່າສວນຫຼວງ ສ້າງຕັ້ງຂື້ນ ໃນປີ 1993 ເປັນໂຮງຮຽນມັດທະຍົມສົມບູນ ມີແຕ່ຊັ້ນ ມ.1 ຮອດ ມ.7, ມີຄູອາຈານ ທັງໝົດ 56 ທ່ານ ຍິງ 32 ທ່ານ, ມີນັກຮຽນທັງໝົດ 740 ຄົນ ຍິງ 333 ຄົນ, ເປັນເຜົ່າກຶມມຸ 481 ຄົນ ຍິງ 223 ຄົນ, ມົ້ງອິວມ່ຽນ 128 ຄົນ ຍິງ 47ຄົນ, ເຜົ່າລາວ 131 ຄົນ ຍິງ 63 ຄົນ; ເປົ້າໝາຍ ຮັບນັກຮຽນ ແມ່ນຮັບເອົາຜູ້ດ້ອຍໂອກາດ ກໍ້າພ້າ, ກໍາພອຍ, ເດັກທຸກຍາກ ຈາກ 7 ເມືອງພາຍໃນ ແຂວງຫລວງພະບາງ ຄື: ເມືອງຫລວງພະບາງ, ຊຽງເງິນ, ນານ, ພູຄູນ, ໂພນໄຊ, ປາກແຊງ ແລະ ຈອມເພັດ; ລະບົບການຮຽນ-ການສອນ ແມ່ນປະຕິບັດຕາມຫຼັກສູດຂອງກະຊວງສຶກສາ, ໄດ້ຮັບການຊີ້ ນໍາ-ນໍາພາ ຈາກພະແນກສຶກສາຢ່າງໃກ້ຊິດ, ມີລະບົບການຈັດຕັ້ງຄົບຊຸດໃນການນໍາພາແຕ່ລະຫຼັກສູດ, ມີຄູອາຈານພຽງພໍສໍາລັບສິດສອນໃນແຕ່ລະວິຊາ, ມີອາຄານຮຽນ, ຫໍພັກ ທີ່ພຽງພໍ, ມີເນື້ອທີ່ສໍາລັບທໍາ ການປູກຝັງ ແລະ ລ້ຽງສັດສໍາລັບໂຮງຮຽນ ເພື່ອເປັນສະບຽນອາຫານຮັບໃຊ້ໂຮງຮຽນ, ນອກຈາກນັ້ນ ຍັງໄດ້ຮັບ ໂຄງການຊ່ວຍເຫຼືອເດັກປະຈໍາແຂວງຫຼວງພະບາງ ໄດ້ສະໜອງຊ່ວຍອາຫານເພີ່ມ 2 ມື້ ຕໍ່ອາ ທິດ, ມື້ລະ 1 ຄາບ ແລະ ຊ່ວຍໃນການປິ່ນປົວນັກຮຽນເຈັບເປັນໃນເວລາເຂົ້າປິ່ນປົວຢູ່ໂຮງໝໍ; ຄຽງຄູ່ ກັນນັ້ນ ໂຮງຮຽນຍັງມີຂໍ້ຫຍຸ້ງຍາກຫຼາຍພໍສົມຄວນເປັນຕົ້ນ: ອາຄານສໍາລັບຮຽນ, ຫໍພັກນັກຮຽນ, ຫ້ອງການຄູອາຈານ ຍັງເປັນອາຄານເກົ່າຊຸດໂຊມຫຼາຍ, ເດັກທີ່ມາຮຽນຍັງເຂີນເຄື່ອງນຸ່ງຖື ແລະ ອຸປະກອນການສຶກສາ;
ທ່ານ ຄໍາຈັນ ໂສຕາປະເສີດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະອໍານວຍການ, ຄູອາຈານ ທີ່ໄດ້ເອົາໃຈໃສ່ຢ່າງໃກ້ຊິດ ຕໍ່ຊີວິດການເປັນຢູ່ຂອງນັກຮຽນໝົດທຸກຄົນ, ພ້ອມທັງຖ່າຍທອດຄວາມຮູ້ ແລະ ແບບແຜນການດໍາລົງຊິວີດໃນການຢູ່ຮ່ວມກັນໃຫ້ນັກຮຽນ ແລະ ສືບຕໍ່ກໍ່ສ້າງ ແລະ ຕິດຕາມ ຊ່ວຍເຂົ້າເຈົ້າໃຫ້ໄດ້ຮັບການສຶກສາໃນສາຍວິຊາຊີບ ເພື່ອນໍາໄປພັດທະນາຕົນເອງໃນອານາຄົດ.
(ເຂັມທອງ ດວງວິໄລແກ້ວ)