
10/07/2018 00:00 -
(ສພຊ) ວັນທີ 29 ມິຖຸນາຜ່ານມາ, ທີ່ສະພາແຫ່ງຊາດໄດ້ມີການພົບປະເຮັດວຽກລະຫວ່າງ ຄະນະຜູ້ແທນກະຊວງກໍ່ສ້າງ ສສ ຫວຽດນາມ ແລະ ຕາງໜ້າສະພາແຫ່ງຊາດລາວ ເພື່ອປຶກສາຫາລືກ່ຽວກັບໂຄງການກໍ່ສ້າງຫໍປະຊຸມສະພາແຫ່ງຊາດຫລັງໃໝ່ຂອງລາວ; ຝ່າຍລາວນຳໂດຍສະຫາຍ ນາງ ສວນສະຫວັນ ວິຍະເກດ ເລຂາທິການສະພາແຫ່ງຊາດ, ຫົວໜ້າຄຸ້ມຄອງໂຄງການປຸກສ້າງຫໍສະພາແຫ່ງຊາດລາວຫລັງໃໝ່ ແລະ ຝ່າຍຫວຽດນາມນຳໂດຍສະຫາຍ ເລ ກວາງ ຮຸ່ງ ຮອງລັດຖະມົນຕີກະຊວງກໍ່ສ້າງ ສສ. ຫວຽດນາມ ໃນໂອກາດທີ່ເດີ່ນທາງມາຢ້ຽມຢາມ ແລະ ເຮັດວຽກ ລະຫວ່າງວັນທີ 29-30 ມິຖຸນາ 2018.
ໃນການພົບປະຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບເນື້ອໃນທີ່ພົວພັນເຖິງໂຄງການ ເປັນຕົ້ນແມ່ນການປຶກສາຫາລືເພື່ອຄວາມເປັນເອກະພາບກັນບາງບັນຫາດ້ານນິຕິກຳທີ່ຍັງຄົງຄ້າງ ກ່ຽວກັບໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວຫລັງໃໝ່ເຊັ່ນ: ການນຳໃຊ້ນິຕິກຳເພື່ອຄຸ້ມຄອງໂຄງການ, ການແບ່ງຄວາມຮັບຜິດຊອບ ລະຫວ່າງຄະນະຄຸ້ມຄອງໂຄງການຝ່າຍລາວ ແລະ ຫວຽດນາມ (ເຈົ້າຂອງໂຄງການ) ແລະ ບັນຫາຍ່ອຍອື່ນໆ; ເພື່ອອຳນວຍຄວາມສະດວກໃຫ້ຜູ້ຮັບເໝົາໄດ້ລົງມືກໍ່ສ້າງໃນຕົ້ນເດືອນກໍລະກົດ ປີ 2018 ນີ້; ພ້ອມກັນນີ້, ຍັງໄດ້ກຳນົດໄລຍະເວລາການກໍ່ສ້າງແມ່ນ 29 ເດືອນ ເຊິ່ງໝາຍວ່າໂຄງການໃຫ້ສຳເລັດໃນທ້າຍປີ 2020; ພ້ອມທັງລາຍງານໃຫ້ຮູ້ຄວາມຄືບໜ້າລວມຂອງການຈັດຕັ້ງປະຕິບັດໂຄງການວ່າ ຈະມີການດຳເນີນການຕອກເສົາເຂັມ ແລະ ກໍ່ສ້າງພາກສ່ວນຮາກຖານຂອງໂຄງການໃນຕົ້ນເດືອນກໍລະກົດນີ້ ແລະຈະສູ້ຊົນໃຫ້ສຳເລັດໂຄງການໃນໄລຍະເວລາ 29 ເດືອນ ເພື່ອໃຫ້ສາມາດນຳໃຊ້ໂຄງການໃນທ້າຍປີ 2020 ພ້ອມນີ້, ສອງຝ່າຍຍັງໄດ້ເນັ້ນໜັກວ່າການກໍ່ສ້າງໂຄງການດັ່ງກ່າວນີ້ແມ່ນໂຄງການພິເສດສຳຄັນ ທີ່ສະແດງເຖິງສາຍພົວພັນມິດຕະພາບການຮ່ວມມືຮອບດ້ານຂອງສອງຊາດລາວ-ຫວຽດນາມ; ສະນັ້ນ, ໂຄງການຕ້ອງຮັບປະກັນ, ສວຍງາມ ແລະ ຮັກສາເອກະລັກຂອງລາວ; ພ້ອມດຽວກັນນັ້ນກໍໄດ້ມີການເຊັນບົດບັນທຶກການເຮັດວຽກລະຫວ່າງ ຄະນະຄຸ້ມຄອງໂຄງການກໍ່ສ້າງຫໍສະພາແຫ່ງຊາດຫລັງໃໝ່ຂອງລາວ ແລະ ກະຊວງກໍ່ສ້າງ ສສ ຫວຽດນາມ ຕື່ມອີກ.
ໃນວັນດຽວກັນນັ້ນ, ສະຫາຍ ເລ ກວາງ ຮຸ່ງ ຍັງໄດ້ເຂົາຢ້ຽມຂໍ່ານັບສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ແລະ ສະຫາຍ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດລາວ ເພື່ອລາຍງານການເຮັດວຽກຮ່ວມກັບ ຄະນະຄຸ້ມຄອງໂຄງການປຸກສ້າງຫໍສະພາແຫ່ງຊາດລາວຫລັງໃໝ່; ເຊິ່ງທັງສອງສະຫາຍໄດ້ຕີລາຄາສູງຕໍ່ການມາເຮັດວຽກຂອງສະຫາຍຮອງລັດຖະມົນຕີກໍ່ສ້າງຫວຽດນາມໃນຄັ້ງນີ້; ພ້ອມທັງສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອຂອງພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງໃນຄັ້ງນີ້.
(ນາງ ອາລິນ ສຸພິມມະປະດິດ)