
10/07/2018 00:00 -
(ສພຊ) ວັນຈັນທີ 2 ກໍລະກົດ 2018, ທີ່ສະພາແຫ່ງຊາດ ທ່ານ ເອກສະຫວ່າງ ວົງວິຈິດ ປະທານກຳມາທິການການຕ່າງປະເທດ (ກຕທ) ສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ປີເຕີ ຈາຄັອບ (Dr. Peter JAKAB )ເອກອັກຄະລັດຖະທູດແຫ່ງຮົງກາລີ ປະຈໍາ ສປປລາວ ເຊິ່ງມີສໍານັກງານສະຖານເອກອັກຄະລັດຖະທູດຕັ້ງຢູ່ບາງກອກ, ຣາຊະອານາຈັດໄທ, ໃນໂອກາດສຳເລັດໜ້າທີ່ຢູ່ ສປປລາວ.
ໂອກາດດຽວກັນນີ້, ທ່ານ ເອກສະຫວ່າງ ວົງວິຈິດ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນ ໃນການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຮົງກາລີ ປະຈຳ ສປປລາວ ໃນໄລຍະຜ່ານມາ ເຊິ່ງໄດ້ປະກອບສ່ວນເຂົ້າໃນການຊຸກຊູ້ ແລະ ສົ່ງເສີມການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະໃໝ່ ໃຫ້ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ; ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ເວົ້າລວມ, ເວົ້າສະເພາະ ກໍຄືສາຍພົວພັນລະຫວ່າງ 2 ລັດຖະສະພາທີ່ນັບມື້ນັບເລິກເຊິ່ງຂຶ້ນເລື້ອຍໆ; ທ່ານເອກອັກຄະລັດຖະທູດຍັງໄດ້ກ່າວວ່າ: ຕົນເອງຈະສືບຕໍ່ປະກອບສ່ວນຊຸກຍູ້ ເພື່ອເຮັດແນວໃດໃຫ້ສາຍພົວພັນລະ ຫວ່າງຮົງກາລີ-ລາວ ມີບາດກ້າວໃໝ່ໃນຕໍ່ໜ້າ.
ໃນຕອນທ້າຍ, ທ່ານປະທານກຳມາທິການການຕ່າງປະເທດ ໄດ້ອວຍພອນໃຫ້ທ່ານທູດເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດໃນການປະຕິບັດໜ້າທີ່ໃໝ່ຂອງທ່ານ.
(ນ. ສຸພາວັນ ຫອມສະນິດ)