
27/08/2018 00:00 -
(ສພຊ) ວັນທີ 21 ສິງຫາ 2018 ທີ່ຫ້ອງຮັບແຂກສະພາແຫ່ງຊາດ ທ່ານ ເອກສະຫວ່າງ ວົງວິຈິດ ປະທານກຳມາທິການການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ນາງ ໂກດິນ ເລີກູ ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດຝຣັ່ງ ປະຈຳ ສປປລາວ ໃນໂອກາດທີ່ຈະສຳເລັດຫນ້າທີ່ການທູດຢູ່ ສປປລາວ ໃນວັນທີ 31 ສິງຫາທີ່ຈະມາເຖິງນີ້.
ໂອກາດດັ່ງກ່າວ, ທ່ານ ນາງ ໂກດິນ ເລີກູ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ລາຍງານວ່າທ່ານຈະສຳເລັດຫນ້າທີ່ການທູດຢູ່ ສປປລາວ ໃນທ້າຍເດືອນສິງຫານີ້; ພ້ອມທັງສະແດງຄວາມຂອບໃຈຕໍ່ການສະຫນັບສະຫນູນໃນໄລຍະທີ່ປະຕິບັດຫນ້າທີ່ຢູ່ ສປປລາວ ເຊິ່ງສະພາແຫ່ງຊາດກໍໄດ້ປະກອບສ່ວນ ແລະ ໃຫ້ການຮ່ວມມືເປັນຢ່າງດີ ໃນຂົງເຂດຫນ້າທີ່ຂອງຕົນ ເຊິ່ງເປັນສິ່ງທີ່ສະແດງເຖິງສາຍພົວພັນການຮ່ວມມືສະຫນິດແຫນ້ນລະຫວ່າງສອງປະເທດ ໂດຍສະເພາະໃນຂົງເຂດລັດຖະສະພາ.
ທ່ານ ເອກສະຫວ່າງ ວົງວິຈິດ ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ການປະຕິບັດຫນ້າທີ່ການທູດຢູ່ ສປປລາວ ຂອງທ່ານເອກອັກຄະລັດຖະທູດ ເຊິ່ງເປັນຫນ້າທີ່ອັນໃຫຍ່ຫລວງໃນນາມເປັນຜູ້ຕາງຫນ້າໃຫ້ແກ່ລັດຖະບານຝຣັ່ງ ໃນການພົວພັນຮ່ວມມືກັນລະຫວ່າງສອງປະເທດລາວ-ຝຣັ່ງ, ຝຣັ່ງ-ລາວ; ພ້ອມນັ້ນ, ຍັງສະເໜີໃຫ້ມີການແລກປ່ຽນການຢ້ຽມຢາມຜູ້ແທນລະດັບຕ່າງໆ ແລະ ແລກປ່ຽນຂໍ້ມູນຂ່າວສານນຳກັນຕື່ມອີກ.
(ນາງ ອາລິນ ສຸພິມມະປະດິດ)