
10/10/2018 00:00 -
ລະຫວ່າງວັນທີ 02-05 ຕຸລາ 2018 ທີ່ວັງວຽງ ແຂວງວຽງຈັນ, ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ (ສຄສ) ໄດ້ຈັດກອງປະຊຸມເຝິກອົບຮົມການສ້າງຄວາມເຂັ້ມແຂງ ແລະຄວາມຮູ້ຄວາມສາມາດ ໃຫ້ແກ່ພະນັກງານຂອງຕົນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳເຜີຍ ປານມະໄລທອງ ຫົວໜ້າສະຖາບັນຄົ້ນຄວ້ານິຕິກຳ.
ທັງນີ້ ກໍເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ພະນັກງານມີຄວາມເຂັ້ມແຂງໃນການເຄື່ອນໄຫວວຽກງານ ຄວາມຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນຫຼາຍຍິ່ງຂຶ້ນ, ຍົກສູງຄຸນນະພາບໃຫ້ພະນັກງານໃນການເປັນເສນາທິການ ແກ່ ສຄສ ນັບມື້ນັບເຂັ້ມແຂງຂຶ້ນເທື່ອລະກ້າວ; ນອກຈາກນັ້ນ, ຍັງເປັນການສ້າງຄວາມເຂົ້າໃຈຂຶ້ນຕື່ມອີກຕໍ່ບັນຫາຂອງ ແຕ່ລະໜ້າວຽກ ເປັນຕົ້ນແມ່ນວຽກງານເຝິກອົບຮົມ, ການສະໜອງຂໍ້ມູນ-ຂ່າວສານ, ການຄົ້ນຄວ້າຮັບໃຊ້ລັດຖະສະພາ ແລະວຽກງານບໍລິຫານຫ້ອງການ.
ໃນຊຸດເຝິກອົບຮົມທີ່ໄດ້ຮັບການສະໜັບສະໜູນດ້ານງົບປະມານຈາກຄະນະເລຂາທິການສະພາແຫ່ງຊາດ, ຜູ້ ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດວິທີວິທະຍາການເຝິກອົບຮົມໃຫ້ແກ່ສະມາຊິກສະພາແຫ່ງຊາດ ແລະສະມາຊິກສະພາປະຊາຊົນຂັ້ນແຂວງ, ວຽກງານຂໍ້ມູນ-ຂ່າວສານ ແລະຫ້ອງສະໝຸດ, ຄວາມຮູ້ພື້ນຖານກ່ຽວກັບການຄົ້ນຄວ້າສຳລັບລັດ ຖະສະພາ ແລະສະພາແຫ່ງຊາດລາວ, ແລະວຽກງານບໍລິຫານຫ້ອງການ. ຫຼັງຈາກນັ້ນ, ກໍໄດ້ມີການສົນທະນາຖາມ-ຕອບ, ແລກປ່ຽນບົດຮຽນ ແລະປະສົບການເຊິ່ງກັນ ແລະກັນ ໃນການປະຕິບັດໜ້າທີ່ວຽກງານຕົວຈິງ ເພື່ອຊອກໃຫ້ເຫັນຂໍ້ສະດວກ-ຂໍ້ຫຍຸ້ງຍາກ ແລະວິທີການປັບປຸງແກ້ໄຂ ແນໃສ່ຮັບປະກັນການເປັນເສນາທິການໃຫ້ແກ່ສະພາແຫ່ງຊາດໃນປັດຈຸບັນ ແລະຕໍ່ໜ້າ.