
ໃນໂອກາດອັນສະຫງ່າລາສີ ທີ່ມີຄວາມໝາຍສໍາຄັນທາງປະຫວັດ ສາດຄືດັ່ງກ່າວນີ້, ກອງປະຊຸມ ຂໍສະແດງຄວາມຂໍ່ານັບຮັບຕ້ອນອັນອົບອຸ່ນມາຍັງທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ ຢ່າງສຸດອົກສຸດໃຈ! (ຂໍຊົມເຊີຍ).
ຂໍສະແດງຄວາມຂໍ່ານັບຊົມເຊີຍ ບັນດາທ່ານຜູ້ນໍາ, ອາດີດການນໍາຂັ້ນສູງ ຂອງພັກ-ລັດ, ບັນດາທ່ານນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ບັນດາທ່ານສະມາຊິກສະພາແຫ່ງຊາດ, ອາດີດສະມາຊິກສະພາແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງແນວລາວສ້າງຊາດ, ສະ ຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ສະຖາບັນ, ນັກທຸລະກິດ ແລະ ທ່ານຜູ້ຕາງໜ້າພາກສ່ວນຕ່າງໆ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ (ຂໍຊົມເຊີຍ).
ບັນດາທ່ານຜູ້ນໍາພັກ-ລັດ, ສະມາຊິກສະພາແຫ່ງຊາດ, ທ່ານຍິງທ່ານຊາຍທີ່ນັບຖື
ເປັນໄລຍະເວລາ 3 ປີ, ທີ່ທົ່ວພັກ-ລັດ ແລະ ທົ່ວປວງຊົນລາວບັນດາເຜົ່າໃນທົ່ວປະເທດ ໄດ້ສຸມໃສ່ ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ. ສໍາລັບປີ 2018 ນີ້, ເຖິງວ່າສະພາບແວດລ້ອມພາຍໃນ ແລະ ສາກົນ ມີທັງສິ່ງທີ່ເອື້ອອໍານວຍ ແລະ ສິ່ງຫຍຸ້ງຍາກທ້າທາຍ ເປັນຕົ້ນ: ການກີດກັ້ນທາງດ້ານການຄ້າລະຫວ່າງປະເທດມະຫາອໍານາດ, ການຜັນຜວນຂອງລາຄານໍ້າມັນໃນຕະຫຼາດໂລກ, ໄພພິບັດທາງທໍາມະຊາດ ແລະ ອື່ນໆ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການພັດທະ ນາເສດຖະກິດ-ສັງຄົມ ຂອງໂລກ, ພາກພື້ນ ລວມທັງ ສປປ ລາວ ພວກເຮົາ. ສໍາລັບປະເທດພວກເຮົາ ໃນໄລຍະລະດູຝົນທີ່ຜ່ານມາ ຢູ່ຫຼາຍທ້ອງ ຖິ່ນໃນຂອບເຂດທົ່ວປະເທດ ແມ່ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ຈາກໄພພິບັດທາງທໍາມະຊາດ, ຊຶ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊີວິດ, ຊັບສິນ, ການຜະລິດຂອງປະຊາຊົນ ລວມທັງພື້ນຖານໂຄງລ່າງຕ່າງໆ, ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນໍາ-ນໍາພາ ຢ່າງໃກ້ຊິດຂອງສູນກາງພັກ, ດ້ວຍຄວາມເປັນເຈົ້າການສູ້ຊົນບຸກບືນຂອງອົງການລັດຂັ້ນຕ່າງໆ ໂດຍສະເພາະ ລັດຖະບານ ກໍຄື ອົງການປົກຄອງທ້ອງຖິ່ນທຸກຂັ້ນ, ດ້ວຍຄວາມສາມັກຄີເປັນປຶກແຜ່ນບົນນໍ້າໃຈຮັກແພງ ຕອມຕຸ້ມຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໄດ້ ຮ່ວມກັນປະກອບທຶນຮອນ, ວັດຖຸສິ່ງຂອງ ແລະ ເຫື່ອແຮງຈາກປະຊາ ຊົນລາວບັນດາເຜົ່າ, ຈາກທຸກພາກສ່ວນທັງພາຍໃນ ແລະ ຕ່າງປະເທດ, ບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ເຮັດໃຫ້ພວກເຮົາສາ ມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສາມາດຟື້ນຟູສະພາບການດັ່ງກ່າວເຂົ້າສູ່ປົກກະຕິ. ລັດຖະບານສາມາດຈັດຕັ້ງປະຕິບັດ ບັນດາຄາດໝາຍໃຫຍ່ທີ່ກໍານົດໄວ້ໃນມະຕິກອງປະຊຸມສະໄໝສາມັນເທື່ອທີ 4 ແລະ 5 ຂອງສະພາແຫ່ງຊາດຊຸດທີ VIII, ກ່ຽວກັບເສດຖະກິດມະຫາພາກ, ດ້ານແຫຼ່ງທຶນພັດທະນາ, ດ້ານວັດທະນະທໍາ-ສັງຄົມ, ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ກໍ່ຄື ດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ເປັນຕົ້ນ: ປະ ເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ. ພິເສດ ລັດຖະບານ ໄດ້ເອົາໃຈໃສ່ຊີ້ນໍາ ແລະ ຈັດຕັ້ງປະຕິບັດຫຼາຍມາດຕະການຊຸກຍູ້ເສດຖະກິດ ຢ່າງເປັນຮູບປະທໍາ ແລະ ໄດ້ຮັບຜົນສໍາເລັດ ເຊັ່ນ: ສາມາດບໍລິຫານ ແລະ ປະຕິບັດນະໂຍບາຍເງິນຕາ ຢູ່ໃນກອບ ທີ່ສະພາແຫ່ງຊາດກໍານົດໄວ້; ໄດ້ເອົາໃຈໃສ່ ປັບປຸງກົນໄກ ແລະ ຮູບການຈັດເກັບລາຍຮັບດ້ວຍລະບົບທັນສະໄໝ, ໄດ້ປະຕິບັດມາດຕະການກວດສອບ, ກວດກາລັດ ໃນບັນດາໂຄງການລົງທຶນຂອງລັດ ຊຶ່ງສາມາດເກັບກູ້ ແລະ ປະຍັດງົບປະມານຂອງລັດໄດ້ຫຼາຍພໍສົມຄວນ, ໄດ້ຍົກສູງປະສິດທິພາບໃນການບໍລິຫານ-ຄຸ້ມຄອງລັດດ້ວຍລະບຽບກົດໝາຍດີຂຶ້ນ, ເອົາໃຈໃສ່ແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຢູ່ເຂດຊົນນະບົດດີຂຶ້ນເປັນກ້າວໆ.
ເຖິງວ່າ, ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຍັງເປັນບັນຫາທ້າທາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ພໍສົມຄວນ, ແຕ່ບັນ ດາຜົນງານ ແລະ ຜົນສໍາເລັດທີ່ຍາດມາໄດ້ໃນຊຸມປີຜ່ານມານັ້ນ, ໄດ້ກາຍ ເປັນບົດຮຽນອັນປະເສີດ ແລະ ເປັນພື້ນຖານສໍາຄັນໃຫ້ແກ່ການສ້າງບາດ ກ້າວ ແລະ ທ່ວງທ່າໃໝ່ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະ ເທດໃນຊຸມປີຕໍ່ໜ້າ, ພ້ອມທັງໄດ້ສ້າງຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ການນໍາພາຂອງພັກ, ການຄຸ້ມຄອງບໍລິຫານລັດຂອງພວກເຮົາ.
ບັນດາທ່ານທີ່ນັບຖື ແລະ ຮັກແພງ!
ກອງປະຊຸມຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາ, ຕົກລົງ ບັນຫາສໍາຄັນທີ່ເປັນພື້ນຖານຂອງປະເທດຊາດ ດັ່ງນີ້:
- ຮັບຟັງບົດລາຍງານຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບ ການເຄື່ອນໄຫວວຽກງານພົ້ນເດັ່ນຂອງລັດຖະບານ ໃນໄລຍະຜ່ານມາ ແລະ ທິດທາງຈຸດສຸມໃນປີຕໍ່ໜ້າ;
- ພິຈາລະນາ, ຮັບຮອງເອົາບົດລາຍງານ ກ່ຽວກັບ ສະພາບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງລັດຖະບານ;
- ພິຈາລະນາ, ຮັບຮອງເອົາການຊີ້ແຈງຂອງລັດຖະບານ ກ່ຽວກັບຄຸນນະພາບການກໍ່ສ້າງ ແລະ ການສ້ອມແປງຖະໜົນຫົນທາງ; ຄຸນນະພ