
ຂ່າວໜັງສືພິມ+ ລາຍການຂ່າວທັງໝົດ
![]() ຖະແຫລງຂ່າວການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6(ສພຊ) ໃນບ່າຍວັນທີ 15 ພະຈິກຜ່ານມາ ທີ່ຫ້ອງປະຊຸມຄະນະເລຂາທິການສະພາ ແຫ່ງຊາດ (ຫລັກ 6) ນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການ ສໍາຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫລງຂ່າວກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ອ່ານເພີ່ມເຕີມ
|
![]() ແຈ້ງການ ຂອງຄະນະເລຂາທິການສະພາແຫ່ງຊາດຄະນະເລຂາທິການສະພາແຫ່ງຊາດ ມີຄວາມຍິນດີ ແລະ ຂໍຖືເປັນກຽດແຈ້ງ ມາຍັງອົງການຈັດຕັ້ງພັກ, ລັດ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ຊາບວ່າ: ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງຈະຈັດຂື້ນຢ່າງເປັນທາງການລະຫວ່າງວັນທີ 20 ພະຈິກ ຫາ 21 ທັນວາ 2018. ດັ່ງນັ້ນ, ຈື່ງແຈ້ງມາເພື່ອຊາບ ແລະ ເຂົ້າໃຈຕາມນີ້ດ້ວຍ. ອ່ານເພີ່ມເຕີມ
|
![]() ປະທານ ສພຊ ຕ້ອນຮັບປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສ.ກູບາ(ສພຊ) ວັນທີ 11 ພະຈິກຜ່ານມາ, ທີ່ສະພາແຫ່ງຊາດ (ສພຊ) ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານ ສພຊ ໄດ້ຕ້ອນຮັບສະຫາຍ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສ.ກູບາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມລັດຖະກິດຢ່າງເປັນທາງການ ແລະ ເຮັດວຽກຢູ່ ສປປລາວ. ອ່ານເພີ່ມເຕີມ
|
![]() ຜົນສຳເລັດກອງປະຊຸມສໍາມະນາບາງເນື້ອໃນທີ່ຈະນໍາເຂົ້າພິຈາລະນາຢູ່ ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສພຊ ຊຸດທີ...(ສພຊ) ກອງປະຊຸມສຳມະນາກ່ຽວກັບການຍົກສູງຄຸນນະພາບດ້ານເນື້ອໃນ ທີ່ຈະນໍາເຂົ້່າ ພິຈາລະນາຢູ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ເຊິ່ງດໍາເນີນມາເປັນເວລາ 3 ວັນເຕັມ ໃນລະຫວ່າງວັນທີ 7-9 ພະຈິກ 2018 ທີ່ຫ້ອງປະຊຸມ ສພຊ (ຫລັກ 6) ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ ຮອງປະທານສະພາແຫ່ງຊາດ ອ່ານເພີ່ມເຕີມ
|
![]() ສ້າງຄວາມເຂົ້າໃຈກ່ຽວກັບຊົນເຜົ່າທີ່ມີຊື່ເອີ້ນວ່າ "ບຣູ" ໃຫ້ແກ່ ສສຊ ໃນບັນດາແຂວງທີ່ມີແຊງດັ່ງກ່າວ(ສພຊ) ໃນວັນທີ 5 ພະຈິກ 2018, ກໍາມາທິການບັນດາເຜົ່າ (ກບຜ) ສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມສໍາມະນາສ້າງຄວາມເຂົ້າໃຈກ່ຽວກັບຊົນເຜົ່າທີ່ມີຊື່ເອີ້ນວ່າ “ບຣູ” ໃຫ້ແກ່ສະມາຊິກສະພາແຫ່ງຊາດ (ສສຊ) ໃນບັນດາແຂວງທີ່ມີແຊງດັ່ງກ່າວ ຢູ່ເຮືອນຮັບແຂກເບີໜຶ່ງ ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແສງນວນ ໄຊຍະລາດ ຮອງປະທານ ສພຊ ອ່ານເພີ່ມເຕີມ
|