
18/10/2018 00:00 -
(ສພຊ) ວັນທີ 15 ຕຸລາ 2018, ທີ່ຫ້ອງຮັບແຂກສະພາແຫ່ງຊາດ (ສພຊ) ທ່ານ ເອກສະຫວ່າງ ວົງວິຈິດ ປະທານກຳມາທິການການຕ່າງປະເທດ (ກຕທ) ສະພາແຫ່ງຊາດ, ທັງເປັນປະທານຄະນະມິດຕະພາບ ລາວ-ຝຣັ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຟລໍຮັອງສ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປລາວ ໃນໂອກາດມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປລາວ.
ໂອກາດນີ້, ທ່ານ ເອກສະຫວ່າງ ວົງວິຈິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ເນື່ອງຈາກວ່າສາຍພົວລາວກັບຝຣັ່ງ ມີມາແຕ່ດົນນານແລ້ວ ຫວັງວ່າການມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດນີ້ ຈະເພີ່ມທະວີສາຍພົວພັນດັ່ງກ່າວ, ສຳລັບສະພາແຫ່ງຊາດ ກໍໄດ້ມີການຮ່ວມມືກັນ ໂດຍສະເພາະສະພາຝຣັ່ງ ແລະ ສະຖານທູດຝຣັ່ງປະຈຳ ສປປລາວ ພ້ອມນັ້ນ, ທ່ານປະທານ ກຕທ ໄດ້ສະເໜີໃຫ້ທ່ານທູດ ໄດ້ຮັບຮູ້ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ກຕທ.
ທ່ານ ນາງ ຟລໍຮັອງສ ຊັອງບລັອງ-ຣີສແລກ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ທີ່ມີລັກສະມິດຕະພາບ ເຊິ່ງທ່ານໄດ້ແຈ້ງໃຫ້ຊາບກ່ຽວກັບການນຳໃຊ້ພາສາຝຣັ່ງ ເພາະພາສາຝຣັ່ງເປັນພາສາໜຶ່ງທີ່ມີບົດບາດສຳຄັນຫລາຍ ສາມາດເປັນເຄື່ອງມືໃນການເພີ່ມທະວີສາຍພົວພັນມິດຕະ ພາບກັບຫລາຍໆປະເທດໄດ້ ໂດຍສະເພາະແມ່ນການແລກປ່ຽນຢ້ຽມຢາມ ກໍຄືຄະນະມິດຕະພາບ ຝຣັ່ງ-ລາວ ທີ່ຈະມາຢ້ຽມຢາມ ສປປລາວ ໃນມໍ່ໆນີ້ ເຊິ່ງເປັນວິທີໜຶ່ງໃນການເພີ່ມທະວີຂອງສອງປະເທດພວກເຮົາ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)