
01/06/2018 00:00 -
(ສພຊ) ຕອນເຊົ້າວັນທີ 29 ພຶດສະພາ 2018, ທີ່ສະພາແຫ່ງຊາດ ທ່ານ ສົມພູ ດວງສະຫວັນ ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ໄດ້ຕ້ອນຮັບທ່ານ ຈີນ ເບີນາດ ຄາຣາດໂກ (Jean-Bernard Carrasco) ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປລາວ ໃນໂອກາດທີ່ມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ ປະຈຳ ສປປລາວ.
ໂອກາດນີ້, ທ່ານ ສົມພູ ດວງສະຫວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບລາວ-ອົດສະຕຣາລີ ເຊິ່ງຈະເປັນການເສີມສ້າງສາຍພົວພັນ, ຮັດແໜ້ນຄວາມສາມັກຄີ ແລະ ເປັນການເພີ່ມພູນຄູນສ້າງໄມຕີຈິດ, ມິດຕະພາບ ອັນເປັນມູນເຊື້ອມາແຕ່ຍາວນານ ແລະ ທັງເປັນການເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ-ລັດ ຂອງສອງປະເທດ, ປະຊາຊົນສອງຊາດ ແລະ ລະຫວ່າງສະພາແຫ່ງຊາດເວົ້າລວມ, ເວົ້າສະເພາະກໍຄືການພົວພັນຮ່ວມມືສອງຝ່າຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ; ພ້ອມທັງສະເໜີໃຫ້ມີການຮ່ວມມືແລກປ່ຽນ ແລະ ຖອດຖອນບົດ ຮຽນລະຫວ່າງຜູ້ແທນທັງສອງຝ່າຍຢ່າງເປັນປົກກະຕິ, ຊຸກຍູ້ໃຫ້ມີການລົງເລິກທາງດ້ານວິຊາການຮ່ວມກັນ ຕະຫລອດຮອດໃຫ້ມີການຮ່ວມມື, ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ; ພ້ອມທັງສະເໜີໃຫ້ທ່ານເອກອັກຄະລັດຖະທູດ ພິຈາລະນາທຶນການຊ່ວຍເຫລືອໃນການບຳລຸງສ້າງ ແລະ ຍົກລະດັບໃຫ້ແກ່ການນຳຈົນຮອດພະນັກງານວິຊາການຂອງສະພາແຫ່ງຊາດ.
ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຈາກທ່ານປະທານກຳມາທິການວັດທະນະທຳ-ສັງຄົມ ພ້ອມທັງກ່າວວ່າ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນດີງາມລະຫວ່າງສອງປະເທດ ແລະ ຈະປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ໃຫ້ໄດ້ຮັບໝາກຜົນດີຂຶ້ນເລື້ອຍໆ. ນອກຈາກນີ້, ທັງສອງທ່ານຍັງໄດ້ແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນທາງດ້ານການສຶກສາ, ເສດຖະກິດ-ສັງຄົມ, ການຄ້າ ແລະ ການພັດທະນາຊັບພະຍາກອນມະນຸດ ເພື່ອເປັນຂໍ້ມູນ ແລະ ບົດຮຽນໃນການສ້າງສາພັດທະນາປະເທດຊາດ.
(ໄຊໂສພາພອນ ມິ່ງມຸງຄຸນ)