
06/06/2018 00:00 -
(ສພຊ) ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນຮັກຊາດ ແລະ ພັດທະນາ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງສະຫະພັນກຳມະບານສະພາແຫ່ງຊາດ, ເພື່ອເຮັດໃຫ້ຖັນແຖວສະມາຊິກກຳມະບານ ກໍຄືພະນັກງານ-ລັດຖະກອນ ຂອງກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຂະບວນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ແນໃສ່ສ້າງຄວາມເປັນເອກະພາບພາຍໃນສາມກົມ ກໍຄືພະນັກງານທີ່ເປັນເສນາທິການໃຫ້ແກ່ ກສຕສ; ວັນທີ 28 ພຶດສະພາ 2018 ທີ່ສະພາແຫ່ງຊາດ ສະຫະພັນກຳມະບານຮາກຖານ ກສຕສ ໄດ້ຈັດກອງປະຊຸມເປີດບັ້ນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໂດຍການເປັນປະທານຂອງ ທ່ານ ອານຸສັກ ພົງສາ ຮອງປະທານກຳມະບານຮາກຖານ ກສຕສ; ມີທ່ານ ນາງ ປິ່ງຄຳ ລາຊະສິມມາ ຮອງເລຂາໜ່ວຍພັກ ຮອງປະທານ ກສຕສ; ຫົວໜ້າ-ຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ຕາງໜ້າສະຫະພັນກຳມະບານສະພາແຫ່ງຊາດ, ກຳມະບານແຕ່ລະຮາກຖານ, ຫນ່ວຍກຳມະບານເອກະລາດທີ່ຂຶ້ນກັບສະຫະພັນກຳມະບານສະພາແຫ່ງຊາດ, ສະມະຊິກກຳມະບານ ແລະ ພະນັກງານພາຍໃນກຳມາທິການເຂົ້າຮ່ວມ.
ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫລຸບການເຄື່ອນໄຫວຂອງຮາກຖານກຳມະບານ ກສຕສ ໃນໄລຍະຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວວຽກງານໃນປີ 2018, ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກຳມະບານຮາກຖານ ກສຕສ, ຂໍ້ຕົກລົງວ່າດ້ວຍການແບ່ງງານ ແລະ ການກຳນົດກົງຈັກການຈັດຕັ້ງຂອງກຳມະບານຮາກຖານ ກສຕສ; ພ້ອມທັງຂຶ້ນກ່າວຄຳປະຕິຍານ ແລະ ຈັບມືຮັບເອົາຂໍ້ແຂ່ງຂັນ;
ໂອກາດດຽວກັນ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ຍັງໄດ້ໂອ້ລົມຕໍ່ກອງປະຊຸມໂດຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ກຳມະບານຮາກຖານ ກສຕສ ຍາດມາໄດ້ໃນໄລຍະຜ່ານມາ; ພ້ອມທັງເນັ້ນໃຫ້ຈັດຕັ້ງປະຕິບັດຕາມເນື້ອໃນຂໍ້ແຂ່ງຂັນດ້ວຍຄວາມຫ້າວຫັນ, ເປັນເຈົ້າການ ແລະ ເປັນຈິດໜຶ່ງໃຈດຽວ; ພ້ອມທັງປັບປຸງແບບແຜນວິທີເຮັດວຽກໃຫ້ມີປະສິດທິພາບ ແລະ ປະສິດທິຜົນຫລາຍຂຶ້ນກວ່າເກົ່າ.
ພ້ອມນັ້ນ, ຍັງມີການແຂ່ງຂັນກິລາບານເຕະຮ່ວມກັບຕະຫລາດລັກຊັບລາວ ເພື່ອເປັນການສ້າງຂະບວນການໃຫ້ແກ່ການເປີດບັ້ນແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກຳມະບານໃຫ້ມີຄວາມຄຶກຄື້ນ ແລະ ທັງເປັນການສ້າງສາຍພົວພັນ, ຄວາມສາມັກຄີຮັກແພງ ລະຫວ່າງອົງການຈັດຕັ້ງມະຫາຊົນຂອງ ກສຕສ ກໍຄືອົງການຈັດຕັ້ງມະຫາຊົນຂອງສະພາແຫ່ງຊາດ ກັບບັນດາອົງການຈັດຕັ້ງມະຫາຊົນຂອງບັນດາກົມກອງ, ກະຊວງອ້ອມຂ້າງລັດຖະບານທີ່ເປັນຄູ່ຮ່ວມງານໃຫ້ເປັນຂະບວນຟົດຟື້ນ.