ປະທານ ກມຍທ ໃຫ້ຄວາມສຳຄັນວັນລັດຖະທຳມະນູນ ຄົບຮອບ 27 ປີ

15/08/2018 00:00 -

        ເນື່ອງ​ໃນ​ໂອກາດ ວັນ​ລັດຖະທຳ​ມະນູນ ຄົບຮອບ 27 ປີ  (15 ສິງຫາ 1991-15 ສິງຫາ 2018), ທ່ານ ນາງ ບົວ​ຄຳ​ ທິບ​ພະ​ວົງ ປະທານ​ກຳມາ​ທິການ​ຍຸຕິ​ທຳ ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ສຳພາດ​ຕໍ່ສື່​ມວນ​ຊົນ ​  ​ເຊິ່ງທ່ານ​ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ກຳ​ເນີ​ດ ​ແລະ ຄວາມ​ສຳຄັນ​ຂອງ​ລັດຖະທຳ​ມະນູນ ​ແຫ່ງ ສປປລາວ ​ເຊິ່ງ​ເປັນ​ກົດໝາຍພື້ນຖານ​ຂອງ​ຊາດ, ທັງ​ເປັນ​ການ​ຫັນ​ແນວທາ​ງປ່ຽນ​ແປງ​ໃໝ່ຮອບດ້ານ​ທີ​ມີ​ຫລັກ​ການ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ມາ​ເປັນ​ກົດໝາຍພື້ນຖານ​ຂອງ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນລາວ ​ເພື່ອ​ສຶກສາ​ອົບຮົມ​ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໃຫ້ຍົກ​ສູງ​ນ້ຳ​ໃຈ​ຮັກ​ຊາດ ຮັກ​ລະບອບ​ໃໝ່ ​ພ້ອມ​ທັງເປັນການຢືນຢັ້ງໃຫ້ປະຊາຊົນລຸ້ນຫຼັງ  ໄດ້ຮັບຮູ້ວ່າ: ຄົນລາວ, ຊາດລາວ, ປະຊາຊົນລາວ ໄດ້ມີມູນເຊື້ອພິລະອາດຫານ, ບັນພະບູລຸດຂອງຊາດລາວ ໄດ້ ນໍາພາປະຊາຊົນລາວລຸກຂຶ້ນຕໍ່ສູ້ກັບສັດຕູຕະຫຼອດມາ ​ແລະ ​ໃນ​ໄລຍະ​ຜ່ານ​ມາ ການ​ປະຕິບັດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ ​ເຫັນ​​ໄດ້​ວ່າ ປີ 1930 ເປັນຕົ້ນມາ ພາຍ ໃຕ້ການນໍາພາອັນສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງພັກຄອມມູນິດອິນດູຈີນ ​ເຊິ່ງແມ່ນ ພັກປະຊາຊົນປະຕິວັດລາວ ໃນປະຈຸບັນ ​ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຈັບມືກັນຕໍ່ສູ້ ດ້ວຍຄວາມຫຍຸ້ງຍາກ, ລໍາບາກ, ບໍ່ຍອມຈໍານົນ ເດັດຂາດຕໍ່ສັດຕູ້ຜູ້ຮຸກຮານ ຈຶ່ງສາມາດ ຍາດໄດ້ໄຊຊະນະເປັນກ້າວໆມາ ລົບລ້າງລະບອບສັກດີນາຢ່າງສິນເຊີງ, ປົດປ່ອຍປະເທດ ຊາດໄດ້ຢ່າງສົມບູນ ແລະ ສາຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ອັນໄດ້ໄຂສັງກາດໃໝ່, ປະເທດຊາດ ໄດ້ຮັບຄວາມເປັນເອກະລາດ, ປະຊາຊົນມີສິດເສລີພາບຢ່າງແທ້ຈິງ; ພາຍຫຼັງປະເທດຊາດ ໄດ້ຮັບການປົດປ່ອຍ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ໄດ້ກໍານົດສອງ ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄດ້ດໍາເນີນພາລະກິດ ປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການ, ຂຸດຄົ້ນ, ເສີມຂະຫຍາຍກໍາລັງແຮງ ສັງລວມຂອງຊາດ ແລະ ຂອງຍຸກສະໄໝເຮັດໃຫ້ປະຊາຊົນຮັ່ງມີ, ຜາສຸກ, ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ສັງຄົມມີ ຄວາມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ ສ້າງປະຖົມປັດໃຈກ້າວຂຶ້ນ ສູ່ລະບອບສັງຄົມນິຍົມ; ໄລຍະນີ້ຊີວິດຂອງສັງຄົມໄດ້ຮຽກຮ້ອງໃຫ້ລັດເຮົາຕ້ອງຫັນໄປສູ່ການຄຸ້ມຄອງ ລັດ, ຄຸ້ມຄອງ ເສດຖະກິດ-ສັງຄົມ ດ້ວຍກົດໝາຍ;

  1. ດັ່ງນັ້ນ, ລັດຖະທໍາມະນູນ ສະບັບທໍາອິດຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນ ແລະ ປະກາດໃຊ້ໃນວັນທີ 15 ສິງຫາ 1991;
  2. ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມ ພັກຈຶ່ງ
  3. ໄດ້ມີການປັບປຸງ ແລະ ປະກາດໃຊ້ລັດຖະທໍາມະນູນ ສະບັບດັ່ງກ່າວໃນ ປີ 2003 ແລະ ປີ 2015 ກໍ່ໄດ້ຮັບການປັບປຸງ ແນ່ໃສປັບປຸງລະບົບອໍານາດລັດໃຫ້ມີປະສິດທີພາບສູງ, ສ້າງບາດລ້ຽວໃໝ່ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາ ​ເສດຖະກິດ-ສັງຄົມ ການເຊື່ອມໂຍ່ງກັບພາກພຶ້ນ ແລະ ສາກົນໃນໄລຍະໃໝ່;
  4. ລັດຖະທໍາມະນູນຂອງ ສປປລາວ ໄດ້ຮັບຮູ້ຜົນງານອັນຍິ່ງໃຫຍ່ຂອງ ປະຊາຊົນລາວ ທີ່ຍາດມາໄດ້ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ;
  5. ລັດຖະທໍາມະນູນ, ກໍານົດລະບອບການເມືອງ ​ເສດຖະກິດ-ສັງຄົມ ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການເຊື່ອມໂຍງ;
  6.  ລັດຖະທຳ​ມະນູນ ແມ່ນໝາກຜົນລວມຍອດແຫ່ງສະຕິປັນຍາ, ຄໍາຄິດ, ຄໍາເຫັນ ຂອງປວງ ຊົນລາວທັງຊາດ ຢ່າງກ້ວາງຂວາງທົ່ວປະເທດ, ສອງແສງ, ຈະແຈ້ງເຖິງເຈດຈໍານົງ ອັນສູງສົ່ງ, ຍາວນານ ແລະ ຄວາມຕັດສີນໃຈອັ່ນເກັ່ງກ້າຂອງວົງຄະນະຍາດ ແຫ່ງ ຊາດ ບັນລຸເປົ້າໝາຍສັງຄົມ​ນິຍົມ ສ້າງປະເທດໃຫ້ເປັນປະເທດ ສັນຕິພາບ, ເອກະ ລາດ ປະຊາທິປະໄຕ, ເອກະພາບ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະ ຖາວອນ;

ລັດຖະທໍາມະນູນ ແລະ ກົດໝາຍມີບົດບາດແນວໃດ ຕໍ່ພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

  • ລັດຖະທຳ​ມະນູນ ເປັນພຶ້ນຖານຂອງກົດໝາຍຂອງທຸກໆຊາດ ກົດໝາຍຕ້ອງສອດຄ່ອງກັບລັດຖະທຳ​ມະນູນ
  • ລັດຖະທຳ​ມະນູນ ແລະ ກົດໝາຍ ມີຄວາມສໍາຄັນໃຫ່ຍຫຼວງຕໍ່ພາລະກິດປົກປັກຮັກສາ ສ້າງສາພັດ ທະນາທັງຮອບດ້ານ​ເສກ​ຖະກິດ-ສັງຄົມ ແລະ ຄວາມຍຸຕິທໍາ; ເພື່ອ ເປັນ ຂອບເຂດໃຫ້ແກ່ການວາງນະ​ໂຍບາຍ ເປັນທິດທາງເດີນ, ວາງນະ​ໂຍບາຍ,  ​ແຜນການ​ນະ​ໂຍບາຍ​ຍຸດ​ທະ​ສາດອອກມາແລ້ວ ກໍຕ້ອງປະຕິບັດຢູ່ໃນກອບກົດໝາຍ;

ໃນໄລຍະຜ່ານມາການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍມີ​ທັງ​ດ້ານດີ ​ແລະ ດ້ານ​ອ່ອນ; ດ້ານ​ດີ​ສະ​ແດງ​ອອກ​ຄື: ສະຕິເຄົາລົບກົດໝາຍ ແຕ່ລະຂົງເຂດໄດ້ດີສົມຄວນ, ໄດ້ສະແດງອອກໃນການເຄື່ອນໄຫວ, ຈັດຕັ້ງປະຕິບັດໜ້າທີການເມືອງ ທີ່ໄດ້ຮັບການ ມອບໝາຍ; ມີຄວາມເປັນແບບຢ່າງ ຕໍ່ສະຕິເຄົາລົບກົດໝາຍ ມີຄວາມໝາຍຮັບຜິດ ຊອບ, ກ້າເວົ້າ, ກ້າຕໍານິ, ຕິຊົມ, ການຕົກລົງຂອງໝູ່ຄະນະ, ກ້າປ່ຽນແປງຈຸດອ່ອນ; ດ້ານ​ອ່ອນ​ສະ​ແດງ​ອອກ​ຄື: ຕາມບົດສະຫຼຸບສັງລວມ ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ; ອີງຕາມຜົນຂອງການ ກວດສອບ; ອີງຕາມສຽງສົ່ງຂ່າວຂອງປະຊາຊົນ; ອີງຕາມປະກົດການຂອງສັງຄົມ; ອີງຕາມ ກອງປະຊຸມເຊື່ອມຊື່ມ;

ປະກົດການຫຍໍ້ທໍ້ ​ເສດຖະກິດ ເຫັນວ່າຍັງໜັກໜວ່ງເປັນຕົ້ນ: ລາຍຮັບ ບໍ່ໄດ້ຄາດໝາຍ; ລາຍຈ່າຍພັດເພີ່ມຂຶ້ນ; ສະພາບການບໍ່ສະຫງົບທາງດ້ານໜີ້ສິນສຽງຈົ່ມວ່າລະຫວ່າງນັກທຸລະກິດ ກັບລັດ ໜີ້ສິນຄຸມເຄືອແກ້ບໍ່ຕົກ; ລາຍຮັບຄ່າຊັບພະຍາກອນ ເກືອບບໍ່ມີ; ສະຖິຕິການ ເກັບລາຍຮັບບໍ່ຄົບຖ້ວນ ຈະແຈ້ງມີລັກສະນະປິດບັງ; ບົດສະຫລຸບບໍ່ສະແດງອອກເຖິງ ຄວາມເປັນຈິງ; ຜ່ານມາຜູ້ແກ້ ແມ່ນຜູ້ກະທໍາຜິດ;

  • ສິ່ງເສບຕິດ, ການສຶກສາ, ສາທາລະນະສຸກ, ອຸບັດຕິເຫດ

ຂົງເຂດຍຸຕິທໍາ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ, ກະຊວງຍຸຕິທໍາ, ອົງການກວດກາລັດຖະບານບັນດາອົງການດັ່ງກ່າວສະຕິໃນການເຄົາລົບ ກົດໝາຍຍັງອ່ອນ.

ທ່ານ ຍັງ​ໃຫ້​ຮູ້​ຕື່ມ​ອີກ​ວ່າ ວິທີ​ການ​ແກ້​ໄຂ​ຄື: ເພີ່ມການກວດກາປະເມີນ (ເຂື່ອນ ໄຟຟ້າ), ອົງກວດສອບ ກວດກາເຫັນອັນຕ້ອງແກ້, ການແກ້ໄຂຕ້ອງບໍ່ເອົາຜູ້ ກະທໍາຜິດ ມາແກ້,ການກວດກາຊັບສິນ ຕ້ອງສຶບຕໍ່ເຮັດໃຫ້ເປັນປົກກະຕິ, ນະ​ໂຍບາຍດິນຖືເປັນເລື່ອງເດຶອດ ທີ່ຕ້ອງໄດ້ຮັບການປັບປຸງ, ການກວດກາພາຫະນະ ເພື່ອຮີບມາເປັນຊັບສິນຂອງລັດຖ້າເຫັນ ວ່າເກີນອັດຕາທີ່ກໍານົດ, ກະຈາຍ ງົບປະມານໃຫ້ທົ່ວເຖິງ, ສ່ວນ ຂົງເຂດຍຸຕິທໍາ ​ແມ່ນ ຈັນຍາບັນ, ຈັນຍາທໍາ, ຄວາມເປັນທໍາ, ຄວາມໂປ່ງໃສ, ການຕັດສີນຄະດີ, ການສັ່ງຟ້ອງຜູ້ຕ້ອງຫາຜິດ ໂດຍເຈດຕະນາ ຜູ້ມີການລະເມີດຕ້ອງໄດ້ຮັບການລົງໂທດເພີ່ມ.