
![]() ຄູ່ຮ່ວມມືລັດຖະສະພາ ລະຫວ່າງຊາດອາຊຽນ ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳ ເພື່ອການພັດທະນາແບບຍືນຍົງ(ສພຊ) ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ທ່ານ ນາງ ພອນເພັດ ບຸບຜາ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມທາງໄກພາຍໃຕ້ຫົວຂໍ້ “ຄູ່ຮ່ວມມືລັດຖະສະພາ ລະຫວ່າງຊາດອາຊຽນ ກ່ຽວກັບການຮ່ວມມືດ້ານການສຶກສາ ແລະ ວັດທະນະທຳ ເພື່ອການພັດທະນາແບບຍືນຍົງ”, ອ່ານເພີ່ມເຕີມ
|
![]() ກອງປະຊຸມທາງໄກຄັ້ງທີ 1 ຂອງສະມັດຊາລັດຖະສະພາອາຊີກ່ຽວກັບການແຜ່ລະບາດຂອງພະຍາດ COVID-19ສພຊ: ຜູ້ແທນສະພາແຫ່ງຊາດລາວ ນຳໂດຍ ທ່ານ ນາງ ພອນເພັດ ບຸບຜາ ຮອງປະທານກຳມາທິການວັດທະນະທຳ-ສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ຄັ້ງທີ 1 ຂອງສະມັດຊາລັດຖະສະພາອາຊີ ກ່ຽວກັບການລະບາດຂອງພະຍາດ COVID-19, ໃນວັນທີ 9 ກໍລະກົດ 2020 ອ່ານເພີ່ມເຕີມ
|
![]() ຍົກລະດັບໃຫ້ພະນັກງານ-ລັດຖະກອນ ທີ່ສັງກັດ ກວທສ(ສພຊ) ລະຫວ່າງວັນທີ 19-21 ກຸມພາ 2020 ກຳມາທິການວັດທະນະທຳ-ສັງຄົມ (ກວທສ) ສະພາແຫ່ງຊາດ ໄດ້ຈັດກອງປະຊຸມເຝິກອົບຮົມສ້າງຄວາມເຂັ້ມແຂງຍົກລະດັບ ໃຫ້ພະນັກງານ-ລັດຖະກອນວິຊາການທີ່ສັງກັດ ກວທສ ແລະ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ປະຈຳປີ 2019 ອ່ານເພີ່ມເຕີມ
|
![]() ສ້າງຄວາມເຂັ້ມແຂງ ໃຫ້ຄະນະຮັບຜິດຊອບ ຄຸ້ມຄອງໂຄງການສຽງຂອງແມ່ຍິງ ຢູ່ແຂວງຊຽງຂວາງ(ສພຊ) ເພື່ອເຜີຍແຜ່ທີ່ຕັ້ງ ແລະ ພາລະບົດບາດຂອງຄະນະສະມາຊິກສະພາແຫ່ງຊາດ (ສສຊ) ເພດຍິງ, ກໍາມະການວັດທະນະທໍາ ແລະ ກໍາມະການບັນດາເຜົ່າ ສະພາປະຊາຊົນແຂວງ ທັງເປັນການແລກປ່ຽນບົດຮຽນ ສ້າງຄວາມເຂັ້ມແຂງໃຫ້ຄະນະຮັບຜິດຊອບໂຄງການສຽງຂອງແມ່ຍິງ ໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງບາງມາດຕາ ຂອງກົດໝາຍທີ່ກ່ຽວພັນກັບສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກ, ອ່ານເພີ່ມເຕີມ
|
![]() ກອງປະຊຸມໃຫ່ຍຄັ້ງທີ I ຂອງກຳມະບານຮາກຖານ ກວທສ(ສພຊ) ວັນທີ 13 ມັງກອນ ຜ່ານມາ, ທີ່ຫ້ອງປະຊຸມຄະນະເລຂາທິການສະພາແຫ່ງຊາດ ນະຄອນຫລວງວຽງຈັນ, ກອງປະຊຸມໃຫຍ່ຄັ້ງທີ I ຂອງກຳມະບານຮາກຖານກຳມາທິການວັດທະນະທຳ-ສັງຄົມ (ກວທສ) ໄດ້ໄຂຂຶ້ນ ໂດຍການເປັນປະທານຮ່ວມຂອງສະຫາຍ ສົມພູ ດວງສະຫວັນ ກຳມະການຄະນະພັກສະພາແຫ່ງຊາດ, ອ່ານເພີ່ມເຕີມ
|
![]() ພົບປະສອງຝ່າຍລາວ-ເຢຍລະມັນ(ສພຊ) ໃນຕອນເຊົ້າວັນທີ 7 ຕຸລາ 2019 ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມພົບປະສອງຝ່າຍລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດເຢຍລະມັນ ເຊິ່ງຝ່າຍລາວນໍາໂດຍທ່ານ ສົມພູ ດວງສະຫວັນ ປະທານກໍາມາທິການວັດທະນະທໍາ-ສັງຄົມ ແລະ ຝ່າຍເຢຍລະມັນນໍາໂດຍທ່ານ ກລວດຊ ເປັດສເຕີ ຊູນຊ (Klaus pester SCHULZE) ສະມາຊິກກໍາມາທິການທ່ອງທ່ຽວ ແລະ ກໍາມາທິການສິ່ງແວດລ້ອມ ອ່ານເພີ່ມເຕີມ
|
![]() ຮອງປະທານ ກວທສ ຕິດຕາມກວດກາວຽກງານຂົງເຂດວັດທະນະທຳ-ສັງຄົມ(ສພຊ) ກໍາມາທິການວັດທະນະທໍາ-ສັງຄົມ (ກວທສ) ສະພາແຫ່ງຊາດ ນໍາໂດຍທ່ານ ນາງ ມະນີວັນ ເຢຍປາວເຮີ ຮອງປະທານ ກວທສ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຈໍາປາສັກ ລະຫວ່າງວັນທີ 2-6 ຕຸລາ 2019 ເພື່ອຕິດຕາມກວດກາການຈັດຕັ້ງປະຕິບັດສະຕິເຄົາລົບລັດຖະທໍາມະນູນ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໃນຂົງເຂດວັດທະນະທໍາ-ສັງຄົມ, ຕິດຕາມກວດກາເນື້ອໃນມະຕິຂອງສະພາແຫ່ງຊາດ ສະບັບເລກທີ 118/ສພຊ, ລົງວັນທີ 18 ທັນວາ 2018 ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ພົວພັນກັບການຍົກສູງຄຸນນະພາບຊີວິດການເປັນຢູ່, ອ່ານເພີ່ມເຕີມ
|
![]() ປະທານ ກວທສ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ(ສພຊ) ຕອນບ່າຍວັນທີ 25 ກັນຍາຜ່ານມາ, ທີ່ສະພາແຫ່ງຊາດ (ສພຊ) ທ່ານ ສົມພູ ດວງສະຫວັນ ປະທານກໍາມາທິການວັດທະນະທໍາ-ສັງຄົມ (ກວທສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຟລໍຣັອງສ ຊັອງບລັອງ-ຣິສແລກ ເອກອັກຄະລັດຖະທູດຝຣັ່ງປະຈໍາ ສປປລາວ ພ້ອມດ້ວຍຄະນະ.ທ່ານ ສົມພູ ດວງສະຫວັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ທ່ານ ນາງ ຟລໍຣັອງສ ຊັອງບລັອງ-ຣິສແລກ ພ້ອມທັງແຈ້ງໃຫ້ຮູ້ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງກໍາມາທິການວັດທະນະທໍາ-ສັງຄົມ ໂດຍສະເພາະແມ່ນເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະປະຈໍາສະພາແຫ່ງຊາດ ແລະ ຮັບຜິດຊອບຂົງເຂດການສຶກສາ, ອ່ານເພີ່ມເຕີມ
|